lo_tn/jer/06/16.md

4.8 KiB

ຈົ່ງຢືນຢູ່ທີ່ທາງສີ່ແຍກ

ພຣະຢາເວກຳລັງເວົ້າກັບຊາວອິດສະຣາເອນ.

ຢືນຢູ່ທີ່ທາງສີ່ແຍກ ... ພວກເຮົາຈະບໍ່

ເສັ້ນທາງ ແລະ ຖະຫນົນຫມາຍເຖິງວິຖີຊີວິດຂອງຄົນເຮົາ. ພຣະຢາເວຕ້ອງການໃຫ້ປະຊາຊົນອິດສະຣາເອນຖາມສິ່ງທີ່ຄວນຈະເປັນ ວິທີທາງທີ່ດີໃນການດຳລົງຊີວິດ ແລະ ໃຫ້ພວກເຂົາດຳລົງຊີວິດແບບນັ້ນ. (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-metaphor)

ຈົ່ງຖາມຫາທາງໂບຮານ

"ຖາມກ່ຽວກັບສິ່ງທີ່ບັນພະບຸລຸດຂອງທ່ານໄດ້ເຮັດ" (ເບິ່ງ: rc://*/ta/man/translate/figs-metaphor)

ເຮົາໄດ້ແຕ່ງຄົນເຝົ້າຍາມໄວ້ສຳລັບພວກເຈົ້າ ... ຈະບໍ່ຟັງ.

ພຣະຢາເວອະທິບາຍເຖິງຜູ້ທຳນວຍ ໃນຖານະເປັນຄົນເຝົ້າຍາມ ທີ່ຖືກສົ່ງໄປເຕືອນສິ່ງອັນຕະລາຍແກ່ປະຊາຊົນ. (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-metaphor)

ເຮົາໄດ້ແຕ່ງຄົນເຝົ້າຍາມໄວ້ສຳລັບພວກເຈົ້າ

ຄຳວ່າ "ເຈົ້າ" ຫມາຍເຖິງຊາວອິດສະຣາເອນ.

ເພື່ອຟັງສຽງແກ

"ຟັງສຽງຂອງສຽງແກ." ພຣະຢາເວກຳລັງສັ່ງໃຫ້ປະຊາຊົນອິດສະຣາເອນເອົາໃຈໃສ່ຕໍ່ຄຳຕັກເຕືອນ ທີ່ພຣະອົງໄດ້ໃຫ້ພວກເຂົາຜ່ານຜູ້ປະກາດພຣະທຳ.

ດ້ວຍເຫດນີ້, ຊາດຕ່າງໆເອີຍ, ຈົ່ງຟັງ! ຮັບຮູ້ເທີ້ນວ່າອັນໃດຈະເກີດຂຶ້ນແກ່ພວກເຂົາ. ຈົ່ງຟັງເທີ້ນ, ແຜ່ນດິນໂລກເອີຍ! ເບິ່ງແມ

ສາມປະໂຫຍກເຫລົ່ານີ້ ກຳລັງບອກປະຊາຊົນຂອງປະເທດອື່ນໆໃຫ້ເປັນພະຍານເຖິງສິ່ງທີ່ ພຣະຢາເວຈະເຮັດກັບຜູ້ຄົນທີ່ກະບົດຂອງເມືອງຢູດາ. (ເບິ່ງເພີ່ມເຕີມ: [[rc:///ta/man/translate/figs-parallelism]] ແລະ [[rc:///ta/man/translate/figs-apostrophe]]) "ເຂົ້າຊົນຊາດອື່ນໆເຫັນວ່າເຮົາຈະເຮັດຫຍັງຕໍ່ປະຊາຊົນຂອງເຮົາ"

ເຮົາກຳລັງຈະນຳເອົາໄພພິບັດມາຍັງປະຊາຊົນເຫລົ່ານີ້

"ອີກບໍ່ດົນເຮົາຈະລົງໂທດຄົນພວກນີ້ຢ່າງຮຸນແຮງ"

ເຈົ້າຜູ້ເປັນພະຍານ

"ທ່ານຜູ້ທີ່ເປັນພະຍານ"

ຈະເກີດຂຶ້ນກັບພວກເຂົາ

ຄຳວ່າ "ພວກເຂົາ" ຫມາຍເຖິງຊາວອິດສະຣາເອນ.

ຈົ່ງຟັງເທີ້ນ, ແຜ່ນດິນໂລກເອີຍ

ອາດແປໄດ້ອີກວ່າ: "ຟັງ, ຄົນທີ່ອາໄສຢູ່ເທິງແຜ່ນດິນໂລກ." (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-metonymy)

ຜົນແຫ່ງຄວາມຄິດທັງຫລາຍຂອງພວກເຂົາ

ພຣະຢາເວໃຊ້ຄຳວ່າ “ຫມາກຜົນ” ເປັນວິທີການອ້າງອີງເຖິງຜົນຂອງຄວາມຄິດຂອງພວກເຂົາ. ອາດແປໄດ້ອີກວ່າ: "ໄພພິບັດແມ່ນຜົນມາຈາກຄວາມຄິດຂອງພວກເຂົາ."

ພວກເຂົາບໍ່ເຊື່ອຟັງຖ້ອຍຄຳຂອງເຮົາ ຫລື ບັນຍັດຂອງເຮົາ, ແຕ່ພວກເຂົາພັດປະຕິເສດເສຍ.

"ພວກເຂົາບໍ່ໄດ້ເຊື່ອຟັງສິ່ງທີ່ເຮົາບອກພວກເຂົາໃຫ້ເຮັດ." (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-parallelism)