lo_tn/jer/06/13.md

3.1 KiB
Raw Permalink Blame History

ຕັ້ງແຕ່ຄົນທີ່ຕ່ຳຕ້ອຍທີ່ສຸດຈົນເຖິງຄົນໃຫຍ່ໂຕທີ່ສຸດ

ອາດແປໄດ້ອີກວ່າ: "ປະຊາຊົນອິດສະຣາເອນທຸກຄົນທີ່ຍັງລອດ, ຕັ້ງແຕ່ຜູ້ທີ່ມີອຳນາດຕໍ່າທີ່ສຸດ ຈົນເຖິງຜູ້ມີອຳນາດສູງສຸດ." (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-merism)

ທຸກຄົນໂລບຢາກໄດ້ໂດຍສໍ້ໂກງ

"ເຮັດສິ່ງທີ່ບໍ່ດີຕໍ່ຄົນອື່ນເພື່ອຫາເງິນ"

ບາດແຜ ຂອງປະຊາຊົນຂອງເຮົາ

"ບັນຫາຮ້າຍແຮງທີ່ປະຊາຊົນຂອງເຮົາມີ"

ພຽງເລັກນ້ອຍ

ພວກຜູ້ທຳນວຍ ແລະ ບັນດາປະໂລຫິດປະຕິບັດຕໍ່ບາບຂອງຊາວອິດສະຣາເອນ ຄືກັບວ່າພວກເຂົາເປັນບາດແຜນ້ອຍໆ. ອາດແປໄດ້ອີກວ່າ: "ຄືວ່າມັນບໍ່ຮ້າຍແຮງ." (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-metaphor)

‘ສັນຕິສຸກ, ສັນຕິສຸກ, ເມື່ອບໍ່ມີສັນຕິສຸກເລີຍ.

"ທັງຫມົດແມ່ນດີ! ທັງຫມົດແມ່ນດີ! ' ແຕ່ວ່າມັນບໍ່ດີ"

ເມື່ອພວກເຂົາເຮັດການຫນ້າກຽດຫນ້າຊັງ ພວກເຂົາອັບອາຍບໍ?

"ພວກເຂົາໄດ້ເຮັດບາບທີ່ຮ້າຍແຮງ, ແລະພວກເຂົາກໍ່ບໍ່ໄດ້ອາຍ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-rquestion)

ພວກເຂົາບໍ່ອັບອາຍເລີຍ; ພວກເຂົາບໍ່ຮູ້ຈັກວ່າຢ່າງໃດຈຶ່ງຈະຂາຍຫນ້າ!

ປະໂຫຍກທັງສອງນີ້ມີຄວາມຫມາຍຄ້າຍຄືກັນ. ປະໂຫຍກທີສອງເສີມສ້າງຄວາມຄິດແກ່ປະໂຫຍກທຳອິດ. (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-parallelism) "ພວກເຂົາບໍ່ມີຄວາມລະອາຍໃນສິ່ງທີ່ພວກເຂົາໄດ້ເຮັດ"

ພວກເຂົາຈະລົ້ມລົງ

ອາດແປໄດ້ອີກວ່າ: "ຈະຖືກຂ້າຕາຍ." (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-idiom)

ພວກເຂົາຈະລົ້ມລົງ

"ຈະສະດຸດລົ້ມ." ອາດແປໄດ້ອີກວ່າ: "ຈະສູນຫາຍໄປ" ຫລື "ຈະສູນເສຍອຳນາດຂອງພວກເຂົາ ແລະ ກາຍເປັນຄວາມສິ້ນຫວັງ."