lo_tn/jer/06/09.md

3.6 KiB

ພວກເຂົາທັງຫລາຍຈະກວາດຕ້ອນຄົນເຫລົ່ານັ້ນທີ່ເຫລືອຢູ່ໃນອິດສະຣາເອນຢ່າງແນ່ນອນ ເຫມືອນກັບສວນອະງຸ່ນ

ພຣະຢາເວປຽບທຽບຜູ້ຄົນທີ່ຍັງຄົງເຫລືອຢູ່ ພາຍຫລັງສັດຕູໄດ້ທຳລາຍອິດສະຣາເອນແລ້ວ ເວົ້າກັບຫມາກອະງຸ່ນທີ່ເຫລືອຢູ່ໃນສວນອະງຸ່ນທີ່ຜູ້ຄົນໄດ້ເກັບກ່ຽວແລ້ວ. ອາດແປໄດ້ອີກວ່າ: "ແນ່ນອນວ່າພວກເຂົາຈະກັບມາໂຈມຕີຜູ້ຄົນທີ່ຍັງຄົງຢູ່ໃນອິດສະຣາເອນ ພາຍຫລັງພວກເຂົາໄດ້ທຳລາຍມັນແລ້ວ." (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-metaphor)

ພວກເຂົາທັງຫລາຍຈະ

ຄຳວ່າ "ພວກເຂົາ" ຫມາຍເຖິງສັດຕູທີ່ພຣະຢາເວສົ່ງໄປເພື່ອ ທຳລາຍອິດສະຣາເອນ.

ຈົ່ງຍື່ນມືຂອງເຈົ້າອອກໄປ

ພຣະຢາເວກຳລັງເວົ້າກັບສັດຕູຜູ້ທີ່ໂຈມຕີອິດສະຣາເອນ.

ຈົ່ງຍື່ນມືຂອງເຈົ້າອອກໄປ ເພື່ອເກັບຫມາກອະງຸ່ນຈາກກິ່ງທັງຫລາຍຂອງມັນອີກເທື່ອຫນຶ່ງ

ອາດແປໄດ້ອີກວ່າ: "ມາໂຈມຕີປະຊາຊົນອິດສະຣາເອນຜູ້ທີ່ຍັງຄົງຢູ່."

ຂ້ານ້ອຍຄວນເວົ້າກັບໃຜ

ເຢເຣມີຢາກຳລັງເວົ້າ.

ຂ້ານ້ອຍຄວນຈະປະກາດ ແລະ ໃຫ້ຄຳຕັກເຕືອນແກ່ຜູ້ໃດ ເພື່ອພວກເຂົາຈະໄດ້ເຊື່ອຟັງ

ພຣະຢາເວໃຊ້ຄຳຖາມນີ້ເພື່ອເນັ້ນຫນັກວ່າປະຊາຊົນອິດສະຣາເອນຈະບໍ່ຍອມຟັງລາວ ເຖິງແມ່ນວ່າພວກເຂົາຈະລອດຈາກການໂຈມຕີຂອງສັດຕູຂອງພວກເຂົາ. ອາດແປໄດ້ອີກວ່າ: "ບໍ່ມີໃຜລອດເພື່ອໃຫ້ເຮົາເວົ້າ ແລະ ເຕືອນຜູ້ທີ່ເຂົາອາດຈະຟັງຄຳຂອງເຮົາ." (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-rquestion)

ເບິ່ງແມ!

ພຣະຢາເວໃຊ້ຄຳວ່າ "ເບິ່ງ" ເພື່ອເນັ້ນຄຳເວົ້າທີ່ລາວເວົ້າ.

ຫູທັງສອງຂ້າງຂອງເຂົາບໍ່ໄດ້ເຂົ້າພິທີຕັດ

ອາດແປໄດ້ອີກວ່າ: "ພວກເຂົາປະຕິເສດທີ່ຈະຟັງ" ຫລື "ພວກເຂົາປະຕິເສດທີ່ຈະເຊື່ອຟັງ." (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-metaphor)

ຫູທັງສອງຂ້າງຂອງເຂົາ

ຄຳວ່າ "ຂອງພວກເຂົາ" ຫມາຍເຖິງຊາວອິດສະຣາເອນ.