lo_tn/jer/06/06.md

3.3 KiB

ຈົ່ງປ້ຳບັນດາຕົ້ນໄມ້

"ຕັດຕົ້ນໄມ້." ພຣະຢາເວກຳລັງເວົ້າກັບກອງທັບທີ່ຈະໂຈມຕີເຢຣູຊາເລັມ.

ກອງລ້ອມຍຶດ

"ອ້ອມຮອບຕົວເມືອງ." ສິ່ງສົກກະປົກເຫລົ່ານີ້ຈະຊ່ວຍໃຫ້ສັດຕູໂຈມຕີກຳແພງເມືອງເຢຣູຊາເລັມໄດ້.

ເພາະວ່າມັນເປັນເມືອງທີ່ມີແຕ່ການບີບບັງຄັບຂົ່ມເຫງ

"ເພາະວ່າປະຊາຊົນໃນເມືອງນັ້ນແມ່ນກົດຂີ່ຂົ່ມເຫັງເຊິ່ງກັນແລະກັນ"

ຫມືອນບໍ່ນ້ຳທີ່ມີນໍ້າສະອາດໄຫລອອກມາ ສັນໃດ, ດັ່ງນັ້ນເມືອງນີ້ກໍເຮັດໃຫ້ເກີດຄວາມຊົ່ວຂຶ້ນເລື້ອຍໆ ສັນນັ້ນ

ບໍ່ນໍ້າສ້າງຄວນຜະລິດນໍ້າສັນໃດ. ເຊັ່ນດັ່ງນໍ້າສ້າງທີ່ຍັງມີນໍ້າຢູ່, ເມືອງເຢຣູຊາເລັມຍັງຄົງຢູ່ກັບຄວາມຊົ່ວຮ້າຍຂອງມັນ, ເຖິງແມ່ນວ່າໃນເວລາທີ່ພຣະຢາເວລົງໂທດມັນ. (ເບິ່ງເພີ່ມເຕີມ: [[rc:///ta/man/translate/figs-simile]] ແລະ [[rc:///ta/man/translate/figs-irony]])

ຄວາມທາລຸນ ແລະ ການທຳລາຍກໍມີໃຫ້ໄດ້ຍິນສະເຫມີພາຍໃນນາງ

ອາດແປໄດ້ອີກວ່າ: "ເຮົາໄດ້ຍິນຄວາມຮຸນແຮງ ແລະ ການຫລອກລວງໃນຕົວນາງ." (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-activepassive)

ຄວາມເຈັບປວດເສົ້າໂສກ ແລະ ຄວາມບາດເຈັບກໍປະກົດຕໍ່ເຮົາສະເຫມີ

ອາດແປໄດ້ອີກວ່າ: "ເຮົາເຫັນເລື້ອຍໆເຖິງຄວາມເຈັບປ່ວຍແລະ ຄວາມທຸກທໍລະມານ." (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-idiom)

ນະຄອນເຢຣູຊາເລັມເອີຍ, ຈົ່ງຮັບຄຳຕັກເຕືອນເຖີດ

ພຣະຢາເວເວົ້າກັບເຢຣູຊາເລັມຄືກັບວ່າມັນເປັນຄົນຜູ້ຫນຶ່ງ. ອາດແປໄດ້ອີກວ່າ: "ຮຽນຮູ້ຈາກການລົງໂທດຂອງເຈົ້າ, ເຈົ້າຊາວເຢຣູຊາເລັມເອີຍ." (ເບິ່ງເພີ່ມເຕີມ: [[rc:///ta/man/translate/figs-Apostrophe]] ແລະ [[rc:///ta/man/translate/figs-Personification]] ແລະ rc://*/ta/man/translate/figs-Metonymy)

ແຜ່ນດິນປາດສະຈາກຄົນອາໄສ

"ແຜ່ນດິນທີ່ບໍ່ມີປະຊາຊົນອາໄສຢູ່ໃນນັ້ນມັນ"