lo_tn/jer/05/14.md

3.9 KiB

ເພາະພວກເຈົ້າ

ຄຳວ່າ "ເຈົ້າ" ຫມາຍເຖິງປະຊາຊົນອິດສະຣາເອນ ແລະ ຢູດາ.

ໄດ້ກ່າວຖ້ອຍຄຳເຫລົ່ານີ້,

ເບິ່ງສິ່ງທີ່ຄົນເວົ້າເຫລົ່ານີ້ໄດ້ໃນ 5:10.

ເບິ່ງແມ

ອາດແປໄດ້ອີກວ່າ: "ເບິ່ງ" ຫລື "ຟັງ" ຫລື "ເອົາໃຈໃສ່ກັບສິ່ງທີ່ຂ້ອຍກຳລັງຈະບອກເຈົ້າ"

ເຮົາຈະວາງຖ້ອຍຄຳຂອງເຮົາໃນປາກຂອງພວກເຈົ້າ. ມັນຈະເປັນເຫມືອນໄຟ

"ເຮົາກຳລັງຈະເຮັດຄຳເວົ້າທີ່ເຮົາຈະໃຫ້ເຈົ້າເວົ້າໃນນາມເຮົາລຸກເປັນໄຟ"

ປາກຂອງເຈົ້າ

ຄຳວ່າ "ເຈົ້າ" ຫມາຍເຖິງເຢເຣມີຢາ. "ເພື່ອໃຫ້ທ່ານເວົ້າ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-metonymy)

ປະຊາຊົນຊາດນີ້

ປະຊາຊົນຊາວອິດສະຣາເອນ

ໄຟນັ້ນຈະເຜົາຜານພວກເຂົາເສຍ

"ໄຟຈະລຸກໄຫມ້ຊາວອິດສະຣາເອນ" ຖ້ອຍຄຳຂອງພຣະຢາເວ ຈະທຳລາຍປະຊາຊົນຄືກັບໄຟລຸກໄຫມ້. ອາດແປໄດ້ອີກວ່າ: "ເພາະວ່າເຈົ້າຈະທຳລາຍຊາວອິດສະຣາເອນ ເມື່ອເຈົ້າໄດ້ເວົ້າຄຳເວົ້າຂອງເຮົາ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-metaphor)

ສູ້ພວກເຈົ້າທັງຫລາຍ

"ທຳຮ້າຍເຈົ້າ." ຄຳວ່າ "ເຈົ້າ" ຫມາຍເຖິງຊາວອິດສະຣາເອນ.

ເຊື້ອສາຍຂອງອິດສະຣາເອນເອີຍ

ເບິ່ງວິທີທີ່ທ່ານແປຂໍ້ນີ້ໃນ 2: 4.

ເປັນປະຊາຊາດທີ່ຫມັ້ນຄົງ, ແລະເປັນຊົນຊາດດຶກດຳບັນ!

ປະໂຫຍກເຫລົ່ານີ້ ມີຄວາມຫມາຍໂດຍພື້ນຖານແລ້ວແມ່ນສິ່ງດຽວກັນ ແລະ ເນັ້ນຫນັກວ່າປະເທດມີຢູ່ດົນປານໃດ. ອາດແປໄດ້ອີກວ່າ: "ມັນເປັນປະເທດທີ່ເກົ່າແກ່ ແລະ ຍືນຍົງທີ່ສຸດ!" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-doublet)

ເປັນປະຊາຊາດທີ່ຫມັ້ນຄົງ

"ປະເທດທີ່ຍືນຍົງ" ຫລື "ຊາດທີ່ເຂັ້ມແຂງ"

ເປັນຊົນຊາດທີ່ພວກເຈົ້າບໍ່ຮູ້ພາສາຂອງເຂົາ, ພວກເຈົ້າກໍບໍ່ເຂົ້າໃຈວ່າພວກເຂົາຈະເວົ້າຫຍັງ.

ວະລີທີສອງເວົ້າໃນແງ່ລົບແຕ່ຫມາຍເຖີງສິ່ງດຽວກັນທີ່ປະໂຫຍກທຳອິດເວົ້າໃນແງ່ບວກ. ສິ່ງນີ້ເນັ້ນຫນັກວ່າພວກເຂົາບໍ່ຮູ້ພາສາຂອງຄົນທີ່ອາໄສຢູ່ໃນຊາດນັ້ນ. ອາດແປໄດ້ອີກວ່າ: "ມັນແມ່ນປະເທດທີ່ເຈົ້າຈະບໍ່ເຂົ້າໃຈພາສາ." (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-parallelism)