lo_tn/jer/05/10.md

3.8 KiB

ຂໍ້​ມູນ​ທົ່ວ​ໄປ:

ພຣະຢາເວສືບຕໍ່ເວົ້າ.

ໄປຕາມແຖວຕົ້ນອະງຸ່ນຂອງນາງ

"ລຸກຂຶ້ນເທິງກຳແພງຂອງນາງ." ພຣະຢາເວປຽບທຽບນະຄອນເຢຣູຊາເລັມ ກັບສວນອະງຸ່ນທີ່ມີກຳແພງອ້ອມມັນ. (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-metaphor)

ຂື້ນໄປ

ພຣະຢາເວກຳລັງເວົ້າກັບສັດຕູຂອງຜູ້ຄົນທີ່ອາໄສຢູ່ໃນເຢຣູຊາເລັມ.

ແຕ່ຢ່າໃຫ້ເຖິງການທຳລາຍຢ່າງສິ້ນເຊີງ

"ຢ່າທຳລາຍພວກມັນຈົນຫມົດກ້ຽງ"

ຕັດເອົາກິ່ງກ້ານຂອງມັນອອກ, ເນື່ອງຈາກເຄືອນັ້ນບໍ່ໄດ້ມາຈາກພຣະຢາເວ.

ພຣະຢາເວປຽບທຽບວ່າສັດຕູໃນເມືອງເຢຣູຊາເລັມຈະກຳຈັດປະຊາຊົນຂອງນາງແນວໃດ ກັບຄົນທີ່ຕັດງ່າຈາກເຄືອອະງຸ່ນ. ອາດແປໄດ້ອີກວ່າ: "ກຳຈັດຄົນຊົ່ວຮ້າຍທັງຫມົດ ເພາະວ່າມັນບໍ່ໄດ້ມາຈາກພຣະຢາເວ."

ເຊື້ອສາຍຂອງອິດສະຣາເອນ ແລະເຊື້ອສາຍຂອງຢູດາ

ອາດແປໄດ້ອີກວ່າ: "ສຳລັບປະຊາຊົນອິດສະຣາເອນ ແລະຢູດາ." (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-idiom)

ນີ້ເປັນຄຳປະກາດຂອງພຣະຢາເວ

ເບິ່ງວິທີທີ່ທ່ານແປຂໍ້ນີ້ໃນ 1:7.

ພວກເຂົາໄດ້ທໍລະຍົດຕໍ່ເຮົາແລ້ວ

ປະໂຫຍກນີ້ຍັງສາມາດຖືກແປເປັນ "ພວກເຂົາໄດ້ຕົວະເຮົາ."

ພຣະອົງຈະບໍ່ໄດ້ຊົງກະທຳປະການໃດ

"ພຣະຢາເວບໍ່ມີຢູ່ຈິງ." ນີ້ຍັງສາມາດແປໄດ້ອີກວ່າ "ພຣະອົງຈະບໍ່ເຮັດສິ່ງເຫລົ່ານີ້" ຫລື "ພຣະອົງບໍ່ສາມາດເຮັດສິ່ງເຫລົ່ານີ້"

ບໍ່ມີການຮ້າຍອັນໃດຈະເກີດຂຶ້ນກັບເຮົາ, ແລະເຮົາຈະບໍ່ເຫັນດາບ ຫລື ການອຶດຫິວອາຫານ.

ປະໂຫຍກສອງຢ່າງນີ້ເວົ້າເຖິງສິ່ງດຽວກັນ, ປະໂຫຍກທີສອງແມ່ນເວົ້າສະເພາະເຈາະຈົງກ່າວປະໂຫຍກທຳອິດ. (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-parallelism)

ບໍ່ມີການຮ້າຍອັນໃດຈະເກີດຂຶ້ນກັບເຮົາ

ສຳນວນນີ້ຫມາຍຄວາມວ່າ "ສິ່ງບໍ່ດີຈະບໍ່ເກີດຂື້ນກັບພວກເຮົາ."

ແລະເຮົາຈະບໍ່ເຫັນດາບ ຫລື ການອຶດຫິວອາຫານ.

ອາດແປໄດ້ອີກວ່າ: "ແລະພວກເຮົາຈະບໍ່ປະສົບກັບສົງຄາມຫລື ຄວາມອຶດຢາກ." (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-metonymy)