lo_tn/jer/05/01.md

3.3 KiB

ຂໍ້​ມູນ​ທົ່ວ​ໄປ:

ເຢເຣມີຢາ ກຳລັງເວົ້າກັບຜູ້ຄົນໃນເມືອງເຢຣູຊາເລັມ. (ເບິ່ງເພີ່ມເຕີມ: [[rc:///ta/man/translate/writing-poetry]] ແລະ [[rc:///ta/man/translate/figs-parallelism]])

ຈົ່ງແລ່ນໄປແລ່ນຢູ່

"ຮີບຟ້າວມາອ້ອມຮອບ"

ແລ້ວເບິ່ງ ແລະຄິດກ່ຽວກັບເລື່ອງນີ້

"ຈົ່ງເບິ່ງ ແລະ ຊອກຫາ"

ຕາມລານເມືອງ

ເປັນສະຖານທີ່ເປີດກວ້າງ ແລະ ເປີດໃນກາງເມືອງ ທີ່ຄົນສາມາດເຕົ້າໂຮມກັນ.

ຖ້າເຈົ້າຈະຫາຜູ້ຊາຍ ຫລືໃຜຜູ້ຫນຶ່ງ

"ບໍ່ວ່າທ່ານຈະສາມາດຊອກຫາຄົນຫນຶ່ງໄດ້"

ຄົນທີ່ເຮັດການຍຸດຕິທຳ

"ຄົນທີ່ເຮັດການຍຸດຕິທຳ"

ເຖິງແມ່ນພວກເຂົາ

ຄຳວ່າ "ພວກເຂົາ" ຫມາຍເຖິງຄົນເຢຣູຊາເລັມ.

ຕາບໃດທີ່ພຣະຢາເວຊົງພຣະຊົນຢູ່

ປະຊາຊົນໃຊ້ຄຳປະໂຫຍກນີ້ເມື່ອເຮັດຄຳສາບານຢ່າງຈິງຈັງເພື່ອຂໍໃຫ້ພຣະຢາເວລົງໂທດພວກເຂົາຖ້າພວກເຂົາລະເມີດຄຳສາບານ. ເບິ່ງວິທີທີ່ທ່ານແປຂໍ້ນີ້ໃນ 4: 1.

ພຣະເນດຂອງພຣະອົງຊົງຫາຄວາມຈິງຫລື

ເຢເຣມີຢາໃຊ້ຄຳຖາມນີ້ເພື່ອເນັ້ນຫນັກວ່າສິ່ງທີ່ພຣະຢາເວຕ້ອງການແທ້ໆແມ່ນຄວາມສັດຊື່. ອາດແປໄດ້ອີກວ່າ: "ທ່ານຕ້ອງການໃຫ້ຄົນສັດຊື່." (ເບິ່ງເພີ່ມເຕີມ: [[rc:///ta/man/translate/figs-rquestion]] ແລະ [[rc:///ta/man/translate/figs-idiom]])

ພຣະອົງຊົງຂ້ຽນຕີປະຊາຊົນ, ແຕ່ພວກເຂົາກໍບໍ່ຮູ້ສຶກເຈັບປວດ

ອາດແປໄດ້ອີກວ່າ: "ທ່ານລົງໂທດປະຊາຊົນ, ແຕ່ພວກເຂົາບໍ່ເອົາໃຈໃສ່." (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-metaphor)

ພຣະອົງຊົງລ້າງຜານພວກເຂົາຢ່າງສິ້ນເຊີງ

"ໄດ້ທຳລາຍຢ່າງສີ້ນເຊີງ"

ທີ່ຈະຮັບການແກ້ໄຂ

"ເພື່ອຮຽນຮູ້ຈາກບົດຮຽນຂອງພວກເຂົາ"

ພວກເຂົາໄດ້ເຮັດໃຫ້ຫນ້າຂອງຕົນແຂງກະດ້າງຍິ່ງກວ່າຫີນ

ອາດແປໄດ້ອີກວ່າ: "ພວກເຂົາກາຍເປັນຄົນແຂງກະດ້າງຫລາຍ."