lo_tn/jer/04/27.md

1.5 KiB

ແຜ່ນດິນໂລກຈະໄວ້ທຸກ ແລະ ທ້ອງຟ້າເບື້ອງເທິງຈະດຳມືດ

ເຢເຣມີຢາໄດ້ເນັ້ນຫນັກເຖິງການພິພາກສາຂອງພຣະຢາເວ ໂດຍກ່າວວ່າແຜ່ນດິນໂລກສະແດງຄວາມເສົ້າສະຫລົດໃຈຢ່າງໃຫຍ່ຫລວງ. (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-personification)

ທະຫານມ້າ

ກຸ່ມທະຫານຂີ່ມ້າ

ທຸກເມືອງຈະຫນີ ... ຊາວເມືອງທຸກແຫ່ງປີນໄປຕາມສະຖານທີ່ເນີນສູງ

ສິ່ງດັ່ງກ່າວເນັ້ນຫນັກວ່າປະຊາຊົນທຸກຄົນຈະແລ່ນຫນີ.

ເມືອງເຫລົ່ານັ້ນກໍຖືກປະຖິ້ມເພາະບໍ່ມີມະນຸດຜູ້ໃດອາໄສຢູ່ໃນເມືອງເຫລົ່ານັ້ນເລີຍ.

ສອງຂໍ້ນີ້ມີຄວາມຫມາຍຄ້າຍຄືກັນ. ປະໂຫຍກທີສອງຂະຫຍາຍຄວາມແກ່ປະໂຫຍກທຳອິດ. ອາດແປໄດ້ອີກວ່າ: "ຈະບໍ່ມີຜູ້ໃດຢູ່ໃນເມືອງເຫລົ່ານັ້ນ." (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-parallelism)