lo_tn/jer/04/13.md

2.6 KiB

ເບິ່ງແມ, ເຂົາກຳລັງຈູ່ໂຈມເຫມືອນບັນດາເມກ, ແລະພວກລົດມ້າຮົບເສິກຂອງເຂົາເຫມືອນລົມພາຍຸ

ທັງສອງປະໂຫຍກນີ້ມີຄວາມຫມາຍຄ້າຍຄືກັນ. ປະໂຫຍກທີສອງຂະຫຍາຍຄວາມແກ່ປະໂຫຍກທຳອິດ. (ເບິ່ງ "ປະໂຫຍກຂະຫນານ) ອາດແປໄດ້ອີກວ່າ: "ກອງທັບສັດຕູແມ່ນຖືກ ທຳລາຍຄືກັບລົມພະຍຸທີ່ແຮງກ້າ "(ເບິ່ງເພີ່ມເຕີມ: rc://*/ta/man/translate/figs-simile)

ວິບັດແກ່ພວກເຮົາ, ເພາະວ່າເຮົາຈະຕ້ອງຈິບຫາຍ

ປະຊາຊົນເວົ້າແນວນີ້ເມື່ອເຫັນກອງທັບສັດຕູເຂົ້າມາໃກ້. ອາດແປໄດ້ອີກວ່າ: ປະຊາຊົນເວົ້າ. "ພວກເຮົາຈະຖືກທຳລາຍແນ່ນອນ."

ຈົ່ງລ້າງຈິດໃຈຂອງພວກເຈົ້າໃຫ້ພົ້ນຈາກຄວາມຊົ່ວຮ້າຍ, ນະຄອນເຢຣູຊາເລັມເອີຍ

ພຣະເຈົ້າເຕືອນປະຊາຊົນທີ່ອາໄສຢູ່ເມືອງເຢຣູຊາເລັມໃຫ້ກັບໃຈ. ອາດແປໄດ້ອີກວ່າ: "ພຣະຢາເວກ່າວກັບປະຊາຊົນທີ່ອາໄສຢູ່ໃນເຢຣູຊາເລັມ, 'ຈົ່ງປ່ຽນແປງການກະທຳຂອງເຈົ້າເສຍ."

ມີສຽງປະກາດມາ

"ຜູ້ສົ່ງຂ່າວກຳລັງປະກາດ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-personification)

ຄວາມຈິບຫາຍທີ່ກຳລັງຈະມາທີ່ໄດ້ຍິນ

"ປະຊາຊົນໄດ້ຍິນໄພພິບັດທີ່ຈະມາເຖິງ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-activepassive)

ຈາກເມືອງດານ....ພູເຂົາເອຟຣາອິມ

ປະຊາຊົນຈະຮັບຮູ້ວ່າສະຖານທີ່ເຫລົ່ານັ້ນສະແດງໃຫ້ເຫັນ ຄຳເຕືອນນີ້ໃກ້ຈະມາເຖິງແລ້ວ.