lo_tn/jer/04/04.md

3.6 KiB

ຈົ່ງເຂົ້າພິທີຕັດຕົວເຈົ້າເອງຖວາຍແດ່ພຣະຢາເວ, ແລະຈົ່ງຕັດຫນັງຫຸ້ມປາຍຫົວໃຈຂອງເຈົ້າສາ

ພຣະຢາເວອະທິບາຍການອຸທິດຕົນຂອງປະຊາຊົນຕໍ່ພຣະອົງໃນສັນຍາລັກທາງດ້ານຮ່າງກາຍ ຂອງພັນທະສັນຍາ. ອາດແປໄດ້ອີກວ່າ: "ອຸທິດຕົນເອງດ້ວຍສິ້ນສຸດໃຈແດ່ພຣະຢາເວ." (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-metaphor)

ຈົ່ງເຂົ້າພິທີຕັດ ... ຈົ່ງຕັດຫນັງຫຸ້ມປາຍຫົວໃຈຂອງເຈົ້າສາ

ສອງວະລີນີ້ຫມາຍເຖິງສິ່ງດຽວກັນ. ພ້ອມກັນພວກມັນເນັ້ນຫນັກເຖິງຄຳສັ່ງ. (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-parallelism)

ຈົ່ງເຂົ້າພິທີຕັດຕົວເຈົ້າເອງຖວາຍແດ່ພຣະຢາເວ

ອາດແປໄດ້ອີກວ່າ: "ຈົ່ງເຂົ້າພິທີຕັດຕົວເຈົ້າເອງຕໍ່ ແດ່ພຣະຢາເວ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-activepassive)

ຢ້ານວ່າຄວາມຄຽດຮ້າຍຂອງເຮົາຈະເຜົາໄຫມ້ເຫມືອນໄຟ

ຄວາມໂກດແຄ້ນຂອງພຣະຢາເວປຽບຄືກັບໄຟທີ່ທຳລາຍທຸກສິ່ງທຸກຢ່າງ. ອາດແປໄດ້ອີກວ່າ: "ສິ່ງທີ່ເຮົາເຮັດເພາະວ່າເຮົາໃຈຮ້າຍຈະເປັນຄືກັບໄຟ." (ເບິ່ງເພີ່ມເຕີມ: [[rc:///ta/man/translate/figs-metaphor]] ແລະ [[rc:///ta/man/translate/figs-metonymy]])

ຈົ່ງປະກາດໃນຢູດາ ແລະຈົ່ງເຮັດໃຫ້ໄດ້ຍິນໃນນະຄອນເຢຣູຊາເລັມ

ວະລີເຫລົ່ານີ້ຫມາຍຄວາມວ່າ ໂດຍພື້ນຖານແລ້ວສິ່ງດຽວກັນ. ພວກມັນພ້ອມກັນເນັ້ນຫນັກໃສ່ຄຳສັ່ງ. (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-parallelism)

ຈົ່ງເຮັດໃຫ້ໄດ້ຍິນໃນນະຄອນເຢຣູຊາເລັມ

ອາດແປໄດ້ອີກວ່າ: "ເຮັດໃຫ້ປະຊາຊົນໃນເຢຣູຊາເລັມໄດ້ຍິນ"

ຄວາມຈິບຫາຍ ... ການທຳລາຍອັນໃຫຍ່ຫລວງ

ຄຳສັບເຫລົ່ານີ້ຫມາຍຄວາມວ່າໂດຍພື້ນຖານແລ້ວແມ່ນສິ່ງດຽວກັນ. ປະໂຫຍກທີ່ວ່າ "ການພັງທະລາຍອັນຍິ່ງໃຫຍ່" ກຳນົດວ່າ "ໄພພິບັດ" ຈະເປັນແນວໃດ. (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-doublet)

ມາຈາກທິດເຫນືອ

ນີ້ຫມາຍເຖິງກອງທັບສັດຕູທີ່ມາຈາກທິດເຫນືອ. (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-metonymy)