lo_tn/jer/04/01.md

3.0 KiB

ຖ້າທ່ານກັບຄືນ, ອິດສະຣາເອນ

"ຖ້າເຈົ້າຈະກັບມາຫາເຮົາ, ປະຊາຊົນອິດສະຣາເອນ ຫລື "ຖ້າເຈົ້າຈະປ່ຽນແປງການປະພຶດຂອງເຈົ້າ, ປະຊາຊົນອິດສະຣາເອນ "(ເບິ່ງເພີ່ມເຕີມ: [[rc:///ta/man/translate/figs-metonymy]] ແລະ [[rc:///ta/man/translate/figs-idiom]])

ພວກເຈົ້າທັງຫລາຍກໍຈົ່ງກັບມາຫາເຮົາ

ຄວາມຫມາຍທີ່ເປັນໄປໄດ້ແມ່ນວ່າ 1) ນີ້ແມ່ນການເວົ້າຊໍ້າຄືນຂອງວະລີທຳອິດ: "ຖ້າເຈົ້າຈະກັບມາຫາເຮົາ," ອາດຈະແປໄດ້ອີກວ່າ: "ແລ້ວກັບມາຫາເຮົາ" ຫລື "ຫລັງຈາກນັ້ນກໍ່ເລີ່ມນະມັດສະການເຮົາອີກເທື່ອຫນຶ່ງ," ຫລື 2) ນີ້ແມ່ນຄຳສັ່ງ, "ແລ້ວຈົ່ງກັບມາຫາເຮົາ." (ເບິ່ງເພີ່ມເຕີມ: [[rc:///ta/man/translate/figs-metonymy]] ແລະ [[rc:///ta/man/translate/figs-idiom]])

ຄຳປະກາດຂອງພຣະຢາເວ

ເບິ່ງວິທີທີ່ທ່ານແປຂໍ້ນີ້ໃນ 1:7.

ຖ້າເຈົ້າຍອມເອົາສິ່ງທີ່ຫນ້າກຽດຊັງນັ້ນໄປໃຫ້ພົ້ນຈາກຫນ້າເຮົາເສຍ ແລະ ຢ່າຫນີຫ່າງຈາກເຮົາໄປ

ປະໂຫຍກນີ້ຫມາຍເຖິງຮູບປັ້ນເປັນສິ່ງທີ່ສົມຄວນໄດ້ຮັບຄວາມກຽດຊັງຢ່າງແຮງ. ອາດແປໄດ້ອີກວ່າ: "ເອົາຮູບປັ້ນທີ່ຫນ້າກຽດຊັງຂອງເຈົ້າອອກຈາກທີ່ປະທັບຂອງເຮົາ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-idiom)

ຢ່າຫນີຫ່າງຈາກເຮົາໄປ

"ຫນີຫ່າງ" ແມ່ນຄຳປຽບທຽບສຳລັບຄວາມບໍ່ສັດຊື່. ອາດແປໄດ້ອີກວ່າ: "ຈົ່ງຊື່ສັດຕໍ່ເຮົາ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-metaphor)

ຈົ່ງໄຖດິນນາຂອງພວກເຈົ້າ, ແລະຢ່າຫວ່ານລົງກາງຟຸ່ມຫນາມ

ພຣະເຈົ້າບອກປະຊາຊົນໃຫ້ກຽມຊີວິດຂອງເຂົາເຈົ້າຄືກັບຊາວກະສິກອນກະກຽມພື້ນທີ່ປູກຝັງ. (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-metaphor)