lo_tn/jer/03/01.md

2.8 KiB
Raw Permalink Blame History

ຂໍ້​ມູນ​ທົ່ວ​ໄປ:

ພຣະຢາເວກ່າວຕໍ່ໄປໃນບົດກ່ອນຫນ້າ, ເຢເຣມີຢາ 2

ແຜ່ນດິນນັ້ນຈະບໍ່ເປິເປື້ອນຫລວງຫລາຍບໍ?

ອາດແປໄດ້ອີກວ່າ: "ນາງບໍ່ສະອາດເລີຍ." (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-rquestion)

ຜູ້ຍິງຄົນນີ້ແມ່ນແຜ່ນດິນນີ້!

"ດິນແດນນີ້ຄືກັບແມ່ຍິງຄົນນັ້ນ!" ນັ້ນແມ່ນ, ພຣະຢາເວເອົາປະຊາຊົນຢູດາກັບຄືນປຽບຄືກັບຜູ້ຊາຍເອົາເມຍກັບຄືນທີ່ລາວໄດ້ຢ່າຮ້າງກ່ອນ ຫນ້ານີ້. (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-personification)

ພວກເຈົ້າໄດ້ໃຊ້ຊີວິດເຫມືອນຍິງໂສເພນີທີ່ຫລິ້ນຊູ້

"ທ່ານໄດ້ໃຫ້ຄວາມຮັກ ແລະ ຄວາມໄວ້ວາງໃຈຂອງທ່ານຕໍ່ຮູບປັ້ນປຽບເຫມືອນວິທີການທີ່ຍິງໂສເພນີໄດ້ມອບຮ່າງກາຍໃຫ້ຜູ້ຊາຍທີ່ບໍ່ແມ່ນຜົວຂອງນາງ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-simile)

ເຈົ້າຈະກັບມາຫາເຮົາອີກຫລື?

ອາດແປໄດ້ອີກວ່າ: "ເຮົາຈະບໍ່ຍອມຮັບເຈົ້າເມື່ອເຈົ້າພະຍາຍາມກັບມາຫາເຮົາ." (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-rquestion)

ຄຳປະກາດຂອງພຣະຢາເວ

ເບິ່ງວິທີທີ່ທ່ານແປຂໍ້ນີ້ໃນ 1: 7.

ຈົ່ງແຫງນຫນ້າຂຶ້ນ

"ຫລຽວຂຶ້ນເບິ່ງ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-idiom)

ມີບ່ອນໃດແດ່ທີ່ພວກເຈົ້າມີເພດສຳພັນນອກສົມຣົດ?

"ເຈົ້າເປັນຄືກັບຜູ້ຍິງທີ່ໄປທົ່ວທຸກບ່ອນ ແລະ ໃຫ້ຜູ້ຊາຍກຸມແລະ ນອນກັບລາວ!" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-rquestion)

ຄົນອາຫລັບ

ນີ້ຫມາຍເຖິງກຸ່ມໂຈນປຸ້ນຢູ່ປະເທດອາຣັບ.