lo_tn/jer/02/29.md

2.6 KiB

ເຈົ້າທັງຫລາຍຈະມາໂຕ້ແຍ້ງເຮົາເຮັດຫຍັງ? ເຈົ້າໄດ້ກະບົດຕໍ່ສູ້ເຮົາຫມົດທຸກຄົນແລ້ວ

ອາດແປໄດ້ອີກວ່າ: "ອິດສະຣາເອນທ່ານອ້າງວ່າຂ້ອຍຜິດເມື່ອເຮົາບໍ່ໄດ້ຊ່ວຍກູ້ເຈົ້າເມື່ອເຈົ້າຮ້ອງຫາເຮົາ, ເຖິງແມ່ນວ່າເຈົ້າຍັງສືບຕໍ່ເຮັດຜິດຕໍ່ເຮົາ." (ເບິ່ງເພີ່ມເຕີມ: [[rc:///ta/man/translate/figs-rquestion]] ແລະ [[rc:///ta/man/translate/figs-explicit]])

ທຳລາຍ

ສາມາດເຮັດໃຫ້ເກີດຄວາມເສຍຫາຍເປັນຈຳນວນຫລວງຫລາຍ

ຄົນຍຸກນີ້ເອີຍ, ພວກເຈົ້າທັງຫມົດຈົ່ງຕັ້ງໃຈພຣະຄຳຂອງພຣະຢາເວ

ອາດແປໄດ້ອີກວ່າ: "ເຮືອນຢູດາ, ເຈົ້າຕ້ອງເອົາໃຈໃສ່ກັບສິ່ງທີ່ຂ້ອຍເວົ້າກັບເຈົ້າ."

ເຮົາເປັນເຫມືອນຖິ່ນແຫ້ງແລ້ງກັນດານແກ່ອິດສະຣາເອນຫລື? ຫລື ເຫມືອນແຜ່ນດິນທີ່ເປັນມືດທຶບບໍ

ອາດແປໄດ້ອີກວ່າ: "ເຮົາເຄີຍປະຖິ້ມເຈົ້າໃນທະເລຊາຍຫລືປ່ອຍເຈົ້າໄວ້ໃນດິນແດນມືດບໍ?" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-rquestion)

ເປັນຫຍັງໄພ່ພົນຂອງເຮົາຈຶ່ງກ່າວວ່າ, ‘ພວກຂ້ານ້ອຍທັງຫລາຍເປັນອິດສະຫລະ, ຂ້າພະອົງຈະບໍ່ມາຫາພຣະອົງອີກ'?

ອາດແປໄດ້ອີກວ່າ: "ເປັນຫຍັງທ່ານເວົ້າວ່າ, 'ພວກເຮົາສາມາດໄປບ່ອນທີ່ພວກເຮົາຢາກໄປ ແລະ ບໍ່ນະມັດສະການພຣະຢາເວອີກຕໍ່ໄປ'?

ຍ່າງໄປມາ

ຍ້າຍອ້ອມໄປມາ ຫລື ໄປສະຖານທີ່ຕ່າງໆ ຕາມປົກກະຕິແລ້ວຈະໄປໂດຍບໍ່ມີຈຸດປະສົງ ຫລື ທິດທາງທີ່ແນ່ນອນ.