lo_tn/jer/02/20.md

3.2 KiB

ເພາະເຮົາໄດ້ຫັກແອກຂອງເຈົ້າທີ່ມີເຫິງນານແລ້ວນັ້ນ; ເຮົາໄດ້ທຳລາຍໂຊ້ທີ່ຖ່ວງດຶງເຈົ້າບໍ່. ເຈົ້າຍັງໄດ້ກ່າວວ່າ, 'ຂ້າພະເຈົ້າຈະບໍ່ຮັບໃຊ້ພຣະອົງ'

ອາດແປໄດ້ອີກວ່າ: "ດົນນານມາແລ້ວເຮົາໄດ້ປ່ອຍເຈົ້າອອກຈາກການເປັນຂ້າທາດ, ແຕ່ເຈົ້າຍັງປະຕິເສດທີ່ຈະນະມັດສະການເຮົາ!" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-metaphor)

ເພາະເຈົ້າໄດ້ກົ້ມຂາບໄຫວ້ເທິງເນີນພູສູງທຸກແຫ່ງ ແລະກ້ອງຕົ້ນໄມ້ບ່ອນສັກສິດ, ພວກເຈົ້າໄດ້ເຮັດປະຫມາດເຫມືອນຍິງໂສເພນີ.

"ທ່ານໄດ້ກົ້ມຂາບຮູບເຄົາລົບບູຊາ ແລະ ນະມັດສະການພວກເຂົາຄືກັບເມຍທີ່ຜິດປະຕິບັດຕໍ່ຜົວຂອງນາງ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-metaphor)

ຖ່ວງດຶງ

ຕ່ອງໂສ້ທີ່ໃຊ້ໃນການຍັບຍັ້ງຄົນ ຫລື ສັດ

ກ້ອງ

ບ່ອນຕໍ່າກວ່າ

ເຮົາໄດ້ປູກເຈົ້າໄວ້ເຫມືອນກັບຕົ້ນອະງຸ່ນພັນດີ, ເຫມືອນແນວພືດຢ່າງດີທີ່ສຸດ.

ອາດແປໄດ້ອີກວ່າ: "ເຮົາ, ພຣະຢາເວ, ເລີ່ມຕົ້ນທ່ານດ້ວຍສິ່ງທີ່ດີ." (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-metaphor)

ໄດ້ປູກເຈົ້າ

ການຈັດວາງໃນພື້ນທີ່ການຂະຫຍາຍຕົວ

ເປັນເຄືອອະງຸ່ນທີ່ບໍ່ສັດຊື່ຈາກຕ່າງດ້າວ!

ອາດແປໄດ້ອີກວ່າ: "ທ່ານໄດ້ກາຍເປັນຄືເຄືອທີ່ເນົ່າ ແລະໄຮ້ຄ່າ."

ບໍ່ສັດຊື່

ຜູ້ກະບົດ, ບໍ່ສັດຊື່

ຮອຍຄວາມເປິເປື້ອນຈາກຄວາມຜິດບາບ

ອາດແປໄດ້ອີກວ່າ: "ທ່ານຍັງມີຄວາມຜິດໃນການເຮັດບາບ" (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-metaphor)

ຮອຍຄວາມເປິເປື້ອນ

ໃນການນຳໃຊ້ຄຳວ່າຮອຍເປື້ອນນີ້ສະແດງເຖິງການເຕືອນສະຕິໃນຄວາມຜິດບາບຂອງອິດສະຣາເອນ

ນີ້ແມ່ນພຣະຄຳຂອງພຣະເຢເວ

ເບິ່ງວິທີທ່ານໄດ້ແປຂໍ້ນີ້ໃນ 1: 7