lo_tn/jer/02/18.md

2.6 KiB

ດັ່ງນັ້ນ, ເຈົ້າໄດ້ອັນໃດຈາກການທີ່ລົງໄປປະເທດເອຢິບເພື່ອຈະດື່ມນ້ຳໃນແມ່ນ້ຳນິນບໍ? ຫລືເຈົ້າໄດ້ອັນໃດຈາກການລົງໄປທີ່ໄປປະເທດອັດຊີເຣຍ ແລະ ດື່ມນ້ຳໃນແມ່ນ້ຳເອຟຣາດບໍ?

ອາດແປໄດ້ອີກວ່າ: "ທ່ານບໍ່ຄວນເດີນທາງໄປເມືອງຊີໂຮນເພື່ອສ້າງພັນທະມິດກັບຜູ້ປົກຄອງເອຢິບ. ທ່ານບໍ່ຄວນເດີນທາງໄປແມ່ນໍ້າເອຟຣາດບໍ ເພື່ອເປັນພັນທະມິດກັບປະເທດອັດຊີເຣຍ! (ເບິ່ງເພີ່ມເຕີມ: [[rc:///ta/man/translate/figs-metaphor]] ແລະ [[rc:///ta/man/translate/figs-rquestion]])

ແມ່ນ້ຳນິນບໍ

ເຂດແດນທາງຕາເວັນຕົກສຽງໃຕ້ຂອງການາອານ, ແມ່ນໍ້າທີ່ແຫ້ງ

ຄວາມຊົ່ວຊ້າຂອງເຈົ້າຈະຕີສອນເຈົ້າເອງ, ແລະຄວາມບໍ່ສັດຊື່ຂອງເຈົ້າຈະຕຳຫນິເຈົ້າ.

ປະໂຫຍກທັງສອງນີ້ຫມາຍຄວາມວ່າການລົງໂທດຂອງພວກເຂົາແມ່ນມາຈາກພຶດຕິກຳທີ່ຊົ່ວຊ້າຂອງພວກເຂົາ. ອາດແປໄດ້ອີກວ່າ: "ຍ້ອນວ່າເຈົ້າເປັນຄົນຊົ່ວ ແລະ ບໍ່ສັດຊື່, ເຮົາຈະລົງໂທດເຈົ້າ." (ເບິ່ງເພີ່ມເຕີມ: [[rc:///ta/man/translate/figs-personification]] ແລະ [[rc:///ta/man/translate/figs-parallelism]])

ມັນເປັນຄວາມຊົ່ວ ແລະ ຄວາມຂົມຂື່ນ

ນີ້ແມ່ນຄຳວ່າ "ຂົມຂື່ນ" ອະທິບາຍວ່າ "ຄົນຊົ່ວ." ອາດແປໄດ້ອີກວ່າ: "ມັນເປັນຄົນຊົ່ວຮ້າຍຂົມຂື່ນ" ຫລື "ມັນເປັນຄົນຊົ່ວຮ້າຍທີ່ສຸດ." (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-hendiadys)

ຢ້ານກົວ

ຄວາມຢ້ານກົວອັນຍິ່ງໃຫຍ່