lo_tn/jer/02/14.md

3.9 KiB

ອິດສະຣາເອນບໍ່ໄດ້ເປັນຂ້າທາດຫລື? ເຂົາເປັນທາດທີ່ເກີດມາໃນເຮືອນຂອງນາຍຂອງເຂົາບໍ່ແມ່ນຫລື? ດັ່ງນັ້ນເປັນຫຍັງເຂົາຈຶ່ງເປັນຂອງປຸ້ນ?

ອາດແປໄດ້ອີກວ່າ: "ພວກເຈົ້າຊາວອິດສະຣາເອນບໍ່ໄດ້ເກີດມາເປັນຂ້າໃຊ້; ແຕ່ດຽວນີ້ເຈົ້າຖືກສັດຕູຂອງພວກເຈົ້າຖືກປຸ້ນຈີ້." (ເບິ່ງເພີ່ມເຕີມ: [[rc:///ta/man/translate/figs-rquestion]] ແລະ [[rc:///ta/man/translate/figs-explicit]])

ເປັນຫຍັງເຂົາຈຶ່ງເປັນຂອງປຸ້ນ?

ອາດແປໄດ້ອີກວ່າ: "ທຸກສິ່ງທີ່ເປັນຂອງເຈົ້າກໍ່ໄດ້ຖືກກວດໄປໂດຍການບັງຄັບ?"

ບັນດາສິງຫນຸ່ມໄດ້ຮ້ອງແຜດສຽງໃສ່ເຂົາ. ພວກມັນໄດ້ແຜດສຽງດັງຫລາຍ ແລະພວກມັນໄດ້ເຮັດໃຫ້ແຜ່ນດິນຂອງເຂົາຮ້າງເປົ່າ. ເມືອງທັງຫລາຍຂອງພວກເຂົາກໍຖືກທຳລາຍບໍ່ມີຄົນອາໄສຢູ່.

ອາດແປໄດ້ອີກວ່າ: "ສັດຕູຂອງເຈົ້າໄດ້ໂຈມຕີເຈົ້າດັງຄືກັບສິງໂຕຫນຸ່ມ. ພວກມັນໄດ້ທຳລາຍດິນແດນຂອງເຈົ້າ ແລະ ຈູດເມືອງຕ່າງໆຂອງເຈົ້າເພື່ອບໍ່ໃຫ້ຜູ້ໃດອາໄສຢູ່ໄດ້." (ເບິ່ງເພີ່ມເຕີມ: [[rc:///ta/man/translate/figs-metaphor]] ແລະ [[rc:///ta/man/translate/figs-parallelism]])

ບັນດາສິງຫນຸ່ມໄດ້ຮ້ອງແຜດສຽງ

ສຽງຮ້ອງແມ່ນສຽງດັງທີ່ຮ້ອງອອກມາໂດຍສັດປ່າ.

ຄົນອາໄສຢູ່

ຄົນທີ່ອາໄສຢູ່ເມືອງໃດຫນຶ່ງ

ຊາວເມືອງເມັມຟິດ ແລະເມືອງຕະປັນເຂດ

ເມືອງໃນປະເທດເອຢິບ (ເບິ່ງເພີ່ມເຕີມ: rc://*/ta/man/translate/translate-names)

ໄດ້ໂກນຫົວກະມ່ອມຂອງເຈົ້າແລ້ວ

ຊາວເອຢີບໂກນຫົວຂອງພວກຂ້າໃຊ້ຂອງພວກເຂົາ ເພື່ອຫມາຍເຖິງວ່າພວກເຂົາເປັນທາດ.

ໄດ້ໂກນຫົວກະມ່ອມຂອງເຈົ້າແລ້ວ

ຂໍ້ຄວາມພາສາເຮັບເຣີຖືກແປໃນບາງສະບັບໃນພາສາສະໄຫມໃຫມ່ວ່າ "ໄດ້ເຮັດໃຫ້ກະໂຫລກຫົວຂອງທ່ານແຕກ."

ພວກເຈົ້າຫາເລື່ອງເຫລົ່ານີ້ມາໃສ່ຕົວເຈົ້າເອງບໍ່ແມ່ນຫລືໂດຍການປະຖີ້ມພຣະຢາເວຂອງເຈົ້າ, ເມື່ອພຣະອົງນຳເຈົ້າໄປຕາມທາງ?

ອາດແປໄດ້ອີກວ່າ: "ທ່ານເຮັດສິ່ງນີ້ໃຫ້ແກ່ຕົວທ່ານເອງໂດຍການປະຖິ້ມພຣະຢາເວຂອງທ່ານ, ໃນຂະນະທີ່ພຣະອົງກໍາລັງນໍາພາທ່ານ." (ເບິ່ງເພີ່ມເຕີມ: rc://*/ta/man/translate/figs-rquestion)