lo_tn/jdg/20/36.md

1.5 KiB

ຄົນ​​ອິດ​ສ​ະ​ຣາເອນ​ທຳ­ທ່າ​ຖອຍ​ຫນີຕໍ່​ຄົນເບັນ­ຢາ­ມິນ​, ເພາະ­ວ່າ​ພວກ­ເຂົາ​ວາງ­ໃຈ​ຄົນເຫລົ່ານັ້ນ...​ອ້ອມ​ເມືອງ​ກີ­ເບ­ອາ.

ຈາກປະໂຫຍກນີ້ຈົນກ່ວາໃນຕອນທ້າຍຂອງຂໍ້ທີ 41 ແມ່ນຂໍ້ມູນພື້ນຖານທີ່ຜູ້ຂຽນໃສ່ເພື່ອອະທິບາຍໃຫ້ຜູ້ອ່ານຮູ້ວ່າວິທີການຊຸມໂຈມຕີດັ່ງກ່າວໄດ້ເອົາຊະນະຄົນເບັນຢາມິນ. (ເບິ່ງ: rc://*/ta/man/translate/writing-background)

​ທຳ­ທ່າ​ຖອຍ​ຫນີຕໍ່​ຄົນເບັນ­ຢາ­ມິນ

ແມ່ນສຳນວນຫມາຍຄວາມວ່າພວກເຂົາຖອຍໂດຍເຈດຕະນາ. ອາດແປໄດ້ອີກວ່າ: "ອະນຸຍາດໃຫ້ເບັນຢາມິນກ້າວຕໍ່ໄປ" (ເບິ່ງ: rc://*/ta/man/translate/figs-idiom)

ພວກ­ເຂົາ​ວາງ­ໃຈ​ຄົນເຫລົ່ານັ້ນ

ແມ່ນສຳນວນທີ່ຫມາຍຄວາມວ່າພວກເຂົາໄວ້ວາງໃຈຄົນຂອງພວກເຂົາ. (ເບິ່ງ: rc://*/ta/man/translate/figs-idiom)