lo_tn/jdg/17/10.md

2.3 KiB

ເປັນ​ພໍ່ ແລະ​ປະ­ໂລ­ຫິດ

ຄຳວ່າພໍ່ແມ່ນທີ່ນີ້ໃຊ້ໃນຄວາມຫມາຍຂອງທີ່ປຶກສາ, ແລະບໍ່ແມ່ນເພື່ອພໍ່ທີ່ມີຕົວຕົນ. ອາດແປໄດ້ອີກວ່າ: "ທີ່ປຶກສາ ແລະປະໂລຫິດ" (ເບິ່ງ: rc://*/ta/man/translate/figs-metonymy)

ໃຫ້​ເຄື່ອງ​ນຸ່ງຫນຶ່ງຊຸດ

"ຊຸດເຄື່ອງນຸ່ງ." ສິ່ງນີ້ລາວຈະໄດ້ຮັບທຸກໆປີ. ຄຳສັບທີ່ຂາດຫາຍໄປອາດຈະຖືກເພີ່ມ. ອາດແປໄດ້ອີກວ່າ: "ຊຸດເຄື່ອງນຸ່ງໃນແຕ່ລະປີ" (ເບິ່ງ: rc://*/ta/man/translate/figs-ellipsis)

ຄົນເລ­ວີ​ຄົນ​ນັ້ນ​ຈຶ່ງ​ເຂົ້າ­ໄປໃນເຮືອນຂອງລາວ

ຫມາຍຄວາມວ່າຄົນເລວີໄດ້ຍອມຮັບເອົາການສະເຫນີຂອງ ມີກາ, ແລະດັ່ງນັ້ນ, ຈຶ່ງໄດ້ເຂົ້າໄປໃນເຮືອນຂອງລາວ. ອາດແປໄດ້ອີກວ່າ: "ດັ່ງນັ້ນຄົນເລວີໄດ້ຍອມຮັບເອົາຂໍ້ສະະເຫນີຂອງລາວ ແລະເຂົ້າໄປໃນເຮືອນຂອງລາວ" (ເບິ່ງ: rc://*/ta/man/translate/figs-explicit)

ຊາຍ​ຫນຸ່ມ​ຄົນ​ນັ້ນ​ກໍ​ເປັນ​ຄື​ກັບ​ລູກ​ຊາຍຂອງ​ລາວຄົນຫນຶ່ງ

ຄວາມສຳພັນລະຫວ່າງພວກເລວີ ແລະມີກາໄດ້ກາຍເປັນຄວາມສຳພັນທີ່ໃກ້ຊິດລະຫວ່າງພໍ່ກັບລູກຊາຍ. ອາດແປໄດ້ອີກວ່າ: "ຊາຍຫນຸ່ມຄົນນັ້ນໄດ້ເຂົ້າໃກ້ຊິດກັບມີກາ ແລະຄ້າຍຄືກັບລູກຊາຍຄົນຫນຶ່ງຂອງລາວ" (ເບິ່ງ: rc://*/ta/man/translate/figs-simile)