lo_tn/jdg/16/18.md

3.8 KiB

ນາງ​ເດ­ລີ­ລາ​ເຊື່ອ​ໃຈ

ຄຳວ່າ "ເຫັນ" ເປັນສຳນວນຫມາຍເຖິງການຮູ້ບາງສິ່ງບາງຢ່າງ. ອາດແປໄດ້ອີກວ່າ: "ເດ­ລີ­ລາ​ຮັບຮູ້" ຫລື "ເດ­ລີ­ລາ​ ໄດ້ຮຽນຮູ້" (ເບິ່ງ: rc://*/ta/man/translate/figs-idiom)

​ບອກ​ຄວາມ­ຈິງທຸກຢ່າງ

ຄຳວ່າ "ທຸກຢ່າງ" ຫມາຍເຖິງທຸກຢ່າງກ່ຽວກັບວ່າເປັນຫຍັງແຊມຊັນຈຶ່ງມີກຳລັງ. ອາດແປໄດ້ອີກວ່າ: "ຄວາມຈິງກ່ຽວກັບສາເຫດທີ່ລາວມີກຳລັງ" (ເບິ່ງ: rc://*/ta/man/translate/figs-explicit)

ຈົ່ງກັບມາ​ອີກ​ຄັ້ງ

ເດລີລາກຳລັງບອກໃຫ້ຜູ້ປົກຄອງກັບມາຫາບ່ອນທີ່ນາງອາໄສຢູ່ອີກ. ເຮືອນຂອງນາງແມ່ນຢູ່ໃນລະດັບສູງກ່ວາບ່ອນທີ່ຜູ້ປົກຄອງຈະເດີນທາງມາຈາກ.

ພ້ອມ​ທັງ​ເອົາ​ເງິນ​ໃສ່​ມືນາງພ້ອມ

ຫມາຍຄວາມວ່າພວກເຂົາເອົາເງິນທີ່ພວກເຂົາສັນຍາກັບນາງມາໃຫ້ນາງ ຖ້ານາງຊ່ວຍພວກເຂົາຈັບແຊມຊັນ. ອາດແປໄດ້ອີກວ່າ: "ເອົາເງິນທີ່ພວກເຂົາໄດ້ສັນຍາວ່າຈະໃຫ້ນາງ" (ເບິ່ງ: rc://*/ta/man/translate/figs-explicit)

ນາງ​​ໄດ້​ກ່ອມ​ແຊມ­ຊັນ​ນອນ​

"ນາງໄດ້ເຮັດໃຫ້ລາວນອນຫລັບ"

ເທິງ​ຕັກ​ຂອງ​ນາງ

ຫມາຍຄວາມວ່າລາວໄດ້ນອນຢູ່ເທິງຕັກຂອງນາງ. ສິ່ງນີ້ສາມາດເວົ້າໄດ້ຢ່າງຈະແຈ້ງ. ອາດແປໄດ້ອີກວ່າ: "ດ້ວຍຫົວຂອງລາວຢູ່ເທິງຕັກຂອງນາງ" (ເບິ່ງ: rc://*/ta/man/translate/figs-explicit)

ຕັກ

ຕັກແມ່ນບໍລິເວນລະດັບຂອງກົກຂາເມື່ອຄົນນັ່ງລົງ.

​ຜົມ­ທັງ​ເຈັດ​ປອຍເທິງ​ອອກຈາກຫົວຂອງ​ລາວ

ແຊມຊັນມີຜົມທັງຫມົດເຈັດປອຍຢູ່ເທິງຫົວຂອງລາວ. ປອຍແມ່ນຊໍ່ນ້ອຍໆຂອງຜົມ. ທີ່ນີ້ປອຍຜົມຂອງລາວຖືກອະທິບາຍວ່າ "ເປັນຂອງ" ຢູ່ໃນຫົວຂອງລາວ. ອາດແປໄດ້ອີກວ່າ: "ຜົມເຈັດປອຍຢູ່ເທິງຫົວຂອງລາວ" (ເບິ່ງ: rc://*/ta/man/translate/figs-possession)

ເຮັດໃຫ້ລາວຫມົດແຮງ

"ຄວບຄຸມລາວ"

ກຳລັງຂອງລາວໄດ້ຫມົດໄປແລ້ວ

ກຳລັງຂອງແຊມຊັນໄດ້ຖືກອະທິບາຍເຫມືອນວ່າມັນເປັນຄົນທີ່ສາມາດອອກຈາກລາວໄດ້. ອາດແປໄດ້ອີກວ່າ: "ກຳລັງຂອງລາວຫມົດໄປແລ້ວ" ຫລື "ລາວບໍ່ມີກຳລັງອີກຕໍ່ໄປ" (ເບິ່ງ: rc://*/ta/man/translate/figs-personification)