lo_tn/jdg/16/15.md

2.6 KiB

ເຈົ້າຈະເວົ້າແນວໃດ, 'ເຈົ້າຮັກຂ້ອຍ', ໃນ​ເມື່ອ​ເຈົ້າມີຄວາມລັບຂອງເຈົ້າກັບຂ້ອຍ?

ເດລີລາຖາມຄຳຖາມນີ້ວ່າຖ້າແຊມຊັນຮັກນາງແທ້ໆ ລາວຈະບອກຄວາມລັບຂອງລາວໃຫ້ແກ່ນາງ. ຄຳຖາມນີ້ສາມາດຂຽນເປັນຄຳເວົ້າ. ອາດແປໄດ້ອີກວ່າ: "ເມື່ອເຈົ້າເວົ້າວ່າ 'ຂ້ອຍຮັກເຈົ້າ' ເຈົ້າເວົ້າຕົວະເພາະວ່າເຈົ້າບໍ່ເປີດເຜີຍຄວາມລັບຂອງເຈົ້າກັບຂ້ອຍ." (ເບິ່ງ: rc://*/ta/man/translate/figs-rquestion)

ໄດ້​ກົດດັນລາວດ້ວຍ...ໄດ້​ກົດດັນລາວ

ທີ່ນີ້ຜູ້ຂຽນເວົ້າເຖິງວິທີທີ່ເດລີລາພະຍາຍາມຊັກຊວນໃຫ້ແຊມຊັນຄືກັບວ່ານາງກຳລັງກົດດັນໃຫ້ລາວເພື່ອຊັກຊວນລາວໃຫ້ບອກນາງໃນສິ່ງທີ່ນາງຢາກຮູ້. ອາດແປໄດ້ອີກວ່າ: "ພະຍາຍາມສຸດຂີດເພື່ອຊັກຊວນລາວ ... ສືບຕໍ່ພະຍາຍາມຊັກຊວນລາວ" (ເບິ່ງ: rc://*/ta/man/translate/figs-idiom)

ດ້ວຍຄຳເວົ້າຂອງນາງ

ຄຳເວົ້າ” ເປັນຕົວແທນໃຫ້ແກ່ສິ່ງທີ່ເດລີລາກຳລັງເວົ້າກັບແຊມຊັນ. ອາດແປໄດ້ອີກວ່າ: "ໂດຍສິ່ງທີ່ນາງເວົ້າກັບລາວ" (ເບິ່ງ: rc://*/ta/man/translate/figs-metonymy)

ຈົນວ່າ​ແຊມ­ຊັນ​ຢາກ​ຈະ​ຕາຍ​ເສຍ

ຜູ້ຂຽນໄດ້ໃຊ້ ຄຳເວົ້າເກີນຄວາມຈິງ, ເພື່ອເນັ້ນຫນັກເຖິງຄວາມຮູ້ສຶກທີ່ເສົ້າສະຫລົດໃຈຂອງແຊມຊັນ. ອາດແປໄດ້ອີກວ່າ: "ລາວຮູ້ສືກເສົ້າຫມົດໃຈ" ຫລື "ລາວບໍ່ມີຄວາມສຸກຫລາຍ" (ເບິ່ງ: rc://*/ta/man/translate/figs-hyperbole)