lo_tn/jdg/15/19.md

2.7 KiB

​ຊົງ​ບັນ­ດານ​ໃຫ້​ເປີດຮູນໍ້າ

"ເປີດຂຸມໃນພື້ນດິນ" ຫລື "ເປີດບ່ອນທີ່ຕໍ່າ." ຫມາຍເຖິງພື້ນທີ່ຕໍ່າຂອງພື້ນດິນຊຶ່ງພຣະຢາເວຊົງເຮັດໃຫ້ເກີດນໍ້າພຸປະກົດຂື້ນ.

ເລ­ຮີ

ຊື່ນີ້ຄືກັບທີ່ທ່ານໄດ້ແປໃນ15:9

ກຳລັງຂອງລາວກໍ່ກັບມາ ແລະ ລາວກໍ່ຟື້ນຕົວຄືນ

ສອງປະໂຫຍກນີ້ ຫມາຍຄວາມວ່າໂດຍພື້ນຖານແລ້ວແມ່ນສິ່ງດຽວກັນ ແລະເນັ້ນຫນັກວ່າແຊມຊັນໄດ້ແຂງແຮງອີກຄັ້ງ. ສອງຄຳນີ້ສາມາດລວມເຂົ້າກັນໄດ້. ອາດແປໄດ້ອີກວ່າ: "ລາວເຂັ້ມແຂງອີກເທື່ອຫນຶ່ງ" ຫລື "ລາວໄດ້ຮັບການຟື້ນຟູໃຫມ່" (ເບິ່ງ: rc://*/ta/man/translate/figs-parallelism)

ເອັນຮັກກໍ­ເຣ

ນີ້ແມ່ນຊື່ຂອງນໍ້າພຸ. ຊື່ຫມາຍຄວາມວ່າ "ນໍ້າພຸຂອງລາວຜູ້ໄດ້ອະທິຖານ." (ເບິ່ງ: rc://*/ta/man/translate/translate-names)

ຊຶ່ງ​ຍັງ­ມີ​ຢູ່­ໃນ​ເມືອງ​ເລ­ຮີ​ຈົນ​ເທົ່າ​ທຸກ​ມື້ນີ້

ຫມາຍຄວາມວ່າພຸບໍ່ໄດ້ແຫ້ງແຕ່ວ່າມັນຍັງຄົງຢູ່. ຄຳວ່າ "ຈົນຮອດທຸກວັນນີ້" ຫມາຍເຖິງເວລາ "ປະຈຸບັນ". ອາດແປໄດ້ອີກວ່າ: "ພຸຍັງສາມາດພົບໄດ້ທີ່ເລຣີ, ແມ້ແຕ່ມື້ນີ້" (ເບິ່ງ: rc://*/ta/man/translate/figs-idiom)

ໃນສະໃຫມຄົນ​ຟີ­ລິດ­ສະ­ຕິນ

ຫມາຍເຖິງໄລຍະເວລາທີ່ພວກຟີລິດສະຕິນຄວບຄຸມແຜ່ນດິນອິດສະຣາເອນ. ອາດແປໄດ້ອີກວ່າ: "ໃນຊ່ວງເວລາທີ່ພວກຟີລິດສະຕິນຄວບຄຸມອິດສະຣາເອນ" (ເບິ່ງ: rc://*/ta/man/translate/figs-explicit)

ເປັນ​ເວ­ລາ​ຊາວ​ປີ

"ເປັນເວລາ 20 ປີ" (ເບິ່ງ: rc://*/ta/man/translate/translate-numbers)