lo_tn/jdg/15/17.md

2.7 KiB

ພູ​ກະ­ດູກ​ຄາງ​ລໍ

ແມ່ນຊື່ຂອງສະຖານທີ່. ຊື່ຂອງມັນມີຄວາມຫມາຍວ່າ "ພູ​ກະ­ດູກ​ຄາງ​ລໍ" (ເບິ່ງ: rc://*/ta/man/translate/translate-names)

​ຫິວ​ນ້ຳ​ຫລາຍ

"ຕ້ອງການນໍ້າດື່ມ"

ນີ້​ຂ້າ­ນ້ອຍຈະ​ຕາຍ​ຢູ່​ແລ້ວໂດຍ​ຫິວ​ນ້ຳ​

ຄວາມຫມາຍທີ່ອາດເປັນໄປໄດ້: 1) ແຊມຊັນມີຄວາມຫິວໂຫຍນໍ້າຈົນສາມາດຕາຍໄດ້.ອາດແປໄດ້ອີກວ່າ: "ແຕ່ດຽວນີ້ຂ້ອຍຈະຕາຍຍ້ອນກະຫາຍນ້ໍ້າ ແລະຮ່າງກາຍຂອງຂ້ອຍຈະລົ້ມລົງ " 2) ແຊມຊັນເວົ້າເກີນໄປວ່າລາວຫິວນໍ້າ ໂດຍການຖາມວ່າລາວຈະຕາຍໂດຍຫິວນໍ້າ. ອາດແປໄດ້ອີກວ່າ: "ແຕ່ດຽວນີ້ເຈົ້າຈະຍອມໃຫ້ຂ້ອຍອ່ອນເພຍຈາກຄວາມຫິວກະຫາຍຂອງຂ້ອຍຈົນຂ້ອຍລົ້ມລົງ" (ເບິ່ງ: rc://*/ta/man/translate/figs-hyperbole)

​ຕາຍ​ຢູ່​ແລ້ວໂດຍ​ຫິວ​ນ້ຳ

ຫມາຍຄວາມວ່າຕ້ອງຕາຍ ເພາະວ່າເຈົ້າບໍ່ໄດ້ດື່ມນໍ້າພຽງພໍແລະດ້ວຍເຫດນີ້, ເຈົ້າບໍ່ມີນໍ້າໃນຮ່າງກາຍຂອງເຈົ້າພຽງພໍ. (ເບິ່ງ: rc://*/ta/man/translate/figs-idiom)

ຕົກ​ຢູ່­ໃນ​ກຳ­ມື​ຂອງ​ພວກ​ຄົນ​ທີ່​ຍັງ​ບໍ່​ທັນ​ໄດ້­ຮັບ​ພິ­ທີ­ຕັດ​​ບໍ

ປະໂຫຍກ "ຕົກຢູ່ໃນມື" ຫມາຍຄວາມວ່າຈະຖືກຈັບ. "ຜູ້ທີ່ບໍ່ໄດ້ຮັບພິທີຕັດ" ຫມາຍເຖິງຊາວຟີລິດສະຕິນ ແລະ ດ້ວຍຄຳວ່າ "ບໍ່​ໄດ້ຮັບ​­ພິ­ທີ­ຕັດ" ໂດຍເນັ້ນຫນັກວ່າພວກເຂົາບໍ່ໄດ້ນະມັດສະການພຣະຢາເວ. ອາດແປໄດ້ອີກວ່າ: "ຖືກຈັບໂດຍພວກຟີລິດສະຕິນທີ່ບໍ່ມີພຣະເຈົ້າ" (ເບິ່ງ: rc://*/ta/man/translate/figs-idiom)