lo_tn/jdg/14/18.md

2.3 KiB

ພວກຜູ້ຊາຍຊາວ­ເມືອງ​ນັ້ນ

ຫມາຍເຖິງຍາດພີ່ນ້ອງຂອງເມຍຂອງແຊມຊັນ. ສິ່ງນີ້ສາມາດເວົ້າໄດ້ຢ່າງຈະແຈ້ງ. ອາດແປໄດ້ອີກວ່າ: "ຊາຍຫນຸ່ມ" ຫລື "ຍາດພີ່ນ້ອງຂອງນາງ" (ເບິ່ງ: rc://*/ta/man/translate/figs-explicit)

ມື້​ທີ​ເຈັດ​

"ມື້ທີ 7" (ເບິ່ງ: rc://*/ta/man/translate/translate-ordinal)

ບໍ່­ມີ​ສິ່ງ­ໃດ​​ຈະຫວານກວ່າ​ນ້ຳ­ເຜິ້ງ? ແລະ​ບໍ່­ມີ​ສິ່ງ­ໃດ​ຈະ​ແຮງ​ກວ່າ​ໂຕ​ສິງ?

ແມ່ນຄຳຕອບຂອງຄຳທວາຍ. ມັນອາດຈະຖືກຂຽນເປັນຄຳເວົ້າແທນທີ່ຈະເປັນຄຳຖາມ. ຖ້າຈຳເປັນສາມາດເຮັດໃຫ້ຈະແຈ້ງວ່າກ່ຽວຂ້ອງຄຳທວາຍໂດຍການເພີ່ມຂໍ້ມູນ. ອາດແປໄດ້ອີກວ່າ: "ນໍ້າເຜິ້ງຫວານ ແລະສິງໂຕກໍແຂງແຮງ." ຫລື "ນໍ້າເຜີ້ງຫວານ ແລະມັນອອກມາຈາກສິງ." (ເບິ່ງ: [[rc:///ta/man/translate/figs-rquestion]] ແລະ [[rc:///ta/man/translate/figs-explicit]])

ຖ້າ­ວ່າ​ພວກ​ເຈົ້າ​ບໍ່​ເອົາ​ງົວ​ແມ່​ຂອງ​ຂ້ອຍ​ໄປ​ໄຖ​ນາ

ແຊມຊັນປຽບທຽບການໃຊ້ເມຍຂອງລາວ ເພື່ອຈະໄດ້ຮັບຄຳຕອບກັບຄົນທີ່ໃຊ້ງົວຂອງຄົນອື່ນເພື່ອໄຖນາ. ອາດແປໄດ້ອີກວ່າ: "ຖ້າເຈົ້າບໍ່ໄດ້ໃຊ້ເມຍຂອງຂ້ອຍ" (ເບິ່ງ: rc://*/ta/man/translate/figs-metaphor)

​ໄຖ​ນາ

ການໄຖນາແມ່ນການໃຊ້ສັດເພື່ອດຶງໃບມີດ ຜ່ານດິນເພື່ອກະກຽມດິນສຳລັບເມັດພືດ.