lo_tn/jdg/14/03.md

4.0 KiB

ບໍ່ມີຜູ້ຍິງຈັກຄົນຫນຶ່ງໃນບັນດາຜູ້​ສາວ​ໃນ​ເຊື້ອ­ສາຍ​ຂອງ​ເຈົ້າ​ເອງ, ຫລື ຄົນໃນປະຊາຊົນ​ຂອງ​ພວກ­ເຮົາ​ບໍ?

ພວກເຂົາຖາມຄຳຖາມນີ້ ເພື່ອແນະນຳວ່າພວກເຂົາສາມາດຊອກຫາຜູ້ຈະເປັນເມຍ ໃຫ້ແຊມຊັນ ໃນບັນດາຄົນຂອງພວກເຂົາ. ຄຳຖາມນີ້ສາມາດຂຽນເປັນຄຳເວົ້າ. ອາດແປໄດ້ອີກວ່າ: "ແນ່ນອນວ່າມີແມ່ຍິງໃນບັນດາປະຊາຊົນຂອງທ່ານທີ່ທ່ານສາມາດແຕ່ງງານໄດ້." (ເບິ່ງ: rc://*/ta/man/translate/figs-rquestion)

ຜູ້​ສາວ​ໃນ​ເຊື້ອ­ສາຍ​ຂອງ​ເຈົ້າ​ເອງ

ຄຳວ່າ “ລູກສາວ” ແມ່ນວິທີທີ່ສຸພາບເພື່ອຫມາຍເຖິງຍິງຫນຸ່ມທີ່ບໍ່ໄດ້ແຕ່ງງານ. ອາດແປໄດ້ອີກວ່າ: "ຜູ້ຍິງຄົນຫນຶ່ງທີ່ບໍ່ໄດ້ແຕ່ງງານໃນທ່າມກາງ​ເຊື້ອ­ສາຍ​ຂອງ​ເຈົ້າ​ເອງ" (ເບິ່ງ: rc://*/ta/man/translate/figs-euphemism)

​ເຈົ້າ​ຈຶ່ງ​ຢາກ​ໄປ​ເອົາ​ເມຍ​ຊາວ​ຟີ­ລິດ­ສະ­ຕິນ ຊຶ່ງ​ເປັນ​ພວກ​ທີ່​ບໍ່​ໄດ້­ຮັບ​ພິ­ທີ­ຕັດ ມາເປັນເມຍຂອງເຈົ້າ?

ຄຳຖາມນີ້ຖືກຖາມ ເພື່ອຕຳຫນິແຊມຊັນ. ຄຳຖາມນີ້ສາມາດຂຽນເປັນຄຳເວົ້າ. ເຈົ້າສາມາດໃຫ້ເຫດຜົນຢ່າງຊັດເຈນວ່າພໍ່ແມ່ຂອງລາວ ບໍ່ຕ້ອງການໃຫ້ລາວແຕ່ງງານກັບຊາວຟີລິດສະຕິນ. ອາດແປໄດ້ອີກວ່າ: "ທ່ານບໍ່ຄວນແຕ່ງງານກັບຄົນຟີລິດສະຕິນ ເພາະວ່າຄົນຟີລິດສະຕິນບໍ່ນະມັດສະການພຣະຢາເວ." (ເບິ່ງ: [[rc:///ta/man/translate/figs-rquestion]] ແລະ [[rc:///ta/man/translate/figs-explicit]])

ຂໍນາງໃຫ້ລູກເຖີ້ນ

ແມ່ນສຳນວນ. ແຊມຊັນໄດ້ຮຽກຮ້ອງໃຫ້ພໍ່ແມ່ຂອງລາວ ເວົ້າກັບພໍ່ແມ່ຂອງຜູ້ຍິງ​ຟີ­ລິດ­ສະ­ຕິນກ່ຽວກັບການແຕ່ງງານ. ອາດແປໄດ້ອີກວ່າ: "ບັດນີ້ຈັດແຈງໃຫ້ນາງກາຍເປັນເມຍຂອງຂ້ອຍເທີ້ນ!" ຫລື "ຈັດແຈງໃຫ້ຂ້ອຍແຕ່ງງານກັບນາງ!" (ເບິ່ງ: rc://*/ta/man/translate/figs-idiom)

ລູກ​ພໍ­ໃຈ​ນຳ​ນາງ​ຜູ້​ດຽວ​ເທົ່າ​ນັ້ນ

ຫມາຍຄວາມວ່າແຊມຊັນຄິດວ່ານາງງາມ. "ຂ້ອຍພໍໃຈກັບຄວາມງາມຂອງນາງ"ຫລື"ນາງງາມ" (ເບິ່ງ: rc://*/ta/man/translate/figs-explicit)

ເລື່ອງນີ້

ຫມາຍເຖິງຄຳຂໍຂອງແຊມຊັນທີ່ຈະແຕ່ງງານກັບຜູ້ຍິງຟີລິດສະຕິນ.

ດັ່ງ­ນີ້ ເພາະ​ພຣະ­ອົງ​ຊົງ​ຕ້ອງການສ້າງຂໍ້ຂັດແຍ້ງ

ຄຳວ່າ "ພຣະ­ອົງ" ຫມາຍເຖິງພຣະຢາເວ