lo_tn/jdg/14/01.md

1.8 KiB

ແຊມ­ຊັນ​ໄດ້​ລົງ​ໄປ​ໃນ​ເມືອງ​ຕິມ­ນາ

ປະໂຫຍກທີ່ວ່າ "ລົງໄປ" ຖືກໃຊ້ຢູ່ນີ້ເພາະວ່າຕິມນາຕໍ່າກວ່າລະດັບບ່ອນທີ່ເຮືອນຂອງພໍ່ຂອງລາວຢູ່. ຕິມ­ນາ ແມ່ນຊື່ຂອງເມືອງໃນຮ່ອມພູໂຊເລັກ. (ເບິ່ງ: rc://*/ta/man/translate/translate-names)

ຫນື່ງໃນບັນດາລູກ­ສາວ​ຊາວ​ຟີ­ລິດ­ສະ­ຕິນ

ຄຳວ່າ “ລູກສາວ” ແມ່ນວິທີທີ່ສຸພາບເພື່ອຫມາຍເຖິງຍິງຫນຸ່ມ ທີ່ບໍ່ໄດ້ແຕ່ງງານ. ອາດແປໄດ້ອີກວ່າ: "ຜູ້ຍິງຄົນຫນຶ່ງທີ່ບໍ່ໄດ້ແຕ່ງງານໃນທ່າມກາງຄົນຟີ­ລິດ­ສະ­ຕິນ" ຫລື "ຍິງສາວຂອງຊາວຟີລິດສະຕິນ" (ເບິ່ງ: rc://*/ta/man/translate/figs-euphemism)

ບັດນີ້ ຂໍນາງໃຫ້ເປັນເມຍຂອງລູກເຖີ້ນ

ແມ່ນສຳນວນ. ແຊມຊັນໄດ້ຮຽກຮ້ອງໃຫ້ພໍ່ແມ່ຂອງລາວ ເວົ້າກັບພໍ່ແມ່ຂອງຜູ້ຍິງ​ຟີ­ລິດ­ສະ­ຕິນກ່ຽວກັບການແຕ່ງງານ. ອາດແປໄດ້ອີກວ່າ: "ດຽວນີ້ຈັດແຈງໃຫ້ນາງກາຍເປັນເມຍຂອງຂ້ອຍ!" ຫລື "ຈັດແຈງໃຫ້ຂ້ອຍແຕ່ງງານກັບນາງ!" (ເບິ່ງ: rc://*/ta/man/translate/figs-idiom)