lo_tn/jdg/12/03.md

5.3 KiB

ພວກ​ທ່ານ​ບໍ່​ຊ່ວຍ​ຂ້ອຍ

"ພວກ​ທ່ານ​" ແມ່ນຄຳຈຳນວນຫລາຍ ແລະຫມາຍເຖິງ​ຄົນ​ເອຟຣາອິມ. ເຢັບທາກຳລັງກ່າວເຖິງປະຊາຊົນໃນເມືອງກິເລອາດຊຶ່ງລວມທັງຕົວເອງເມື່ອລາວເວົ້າວ່າ "ຂ້ອຍ." ອາດແປໄດ້ອີກວ່າ: "ທ່ານບໍ່ໄດ້ຊ່ວຍກູ້ພວກເຮົາ" (ເບິ່ງ: [[rc:///ta/man/translate/figs-you]] ແລະ [[rc:///ta/man/translate/figs-synecdoche]])

ຂ້ອຍຈຶ່ງໄດ້​ສ່ຽງ​ຊີ­ວິດ​ດ້ວຍກຳລັງຂອງຂ້ອຍເອງ

ແມ່ນສຳນວນຊຶ່ງຫມາຍຄວາມວ່າຈະມີຄວາມສ່ຽງຕໍ່ຊີວິດ ແລະ ເພິ່ງພາຄວາມເຂັ້ມແຂງຂອງຕົວເອງເທົ່ານັ້ນ. ເຢັບທາຍັງກ່າວເຖິງປະຊາຊົນໃນເມືອງກິເລອາດຄືກັບຕົວເອງ. ອາດແປໄດ້ອີກວ່າ: "ພວກເຮົາໄດ້ສ່ຽງຊີວິດຂອງພວກເຮົາ, ໂດຍອາໄສກຳລັງຂອງຕົວເອງ" (ເບິ່ງ: [[rc:///ta/man/translate/figs-idiom]] ແລະ [[rc:///ta/man/translate/figs-synecdoche]])

ພຣະ­­ຢາເວໄດ້​ມອບໄຊຊະນະແກ່ຂ້ອຍ

ເຢັບທາກຳລັງກ່າວເຖິງພຣະຢາເວໃຫ້ຄົນຂອງກີ­ເລ­ອາດເອົາຊະນະຄົນອຳໂມນ. ຄວາມຫມາຍທັງຫມົດຂອງຄຳເວົ້ານີ້ສາມາດເຮັດໃຫ້ຈະແຈ້ງຂື້ນ. ອາດແປໄດ້ອີກວ່າ: "ພຣະຢາເວ ໄດ້ໃຫ້ພວກເຮົາເອົາຊະນະເຫນືອພວກເຂົາ" ຫລື "ພຣະຢາເວ ອະນຸຍາດໃຫ້ພວກເຮົາເອົາຊະນະພວກເຂົາໃນການສູ້ຮົບ" (ເບິ່ງ: rc://*/ta/man/translate/figs-explicit)

ລາວກໍໄດ້​ສູ້­ຮົບ​ກັບ​ຄົນ​ເອຟຣາອິມ

“ ລາວ” ຫມາຍເຖິງເຢັບທາ ແລະນັກຮົບທັງຫມົດໃນເມືອງກິເລອາດ. ອາດແປໄດ້ອີກວ່າ: "ພວກເຂົາໄດ້ຕໍ່ສູ້ກັບ​ເອຟຣາອິມ" (ເບິ່ງ: rc://*/ta/man/translate/figs-synecdoche)

ເຫດໃດພວກທ່ານຈຶ່ງໄດ້ມາສູ້ຮົບກັບຂ້ອຍ

"ພວກທ່ານ" ແມ່ນຄຳນາມ ແລະ ຫມາຍເຖິງຄົນ​ເອຟຣາອິມ. ເຢັບທາກຳລັງກ່າວເຖິງປະຊາຊົນໃນເມືອງກິເລອາດຊຶ່ງລວມທັງຕົວເອງເມື່ອລາວເວົ້າວ່າ "ຂ້ອຍ." ອາດແປໄດ້ອີກວ່າ: "ເປັນຫຍັງເຈົ້າມາຕໍ່ສູ້ກັບພວກເຮົາ" (ເບິ່ງ: [[rc:///ta/man/translate/figs-you]] ແລະ [[rc:///ta/man/translate/figs-synecdoche]])

ເຈົ້າ​ຊາວ​ກີ­ເລ­ອາດ ​ເປັນພວກ​ຄົນ​ຫລົບ­ຫນີໄພ

ທ່ານສາມາດເຮັດໃຫ້ຄວາມຫມາຂອງການດູຖູກນີ້ຊັດເຈນ. ອາດແປໄດ້ອີກວ່າ: "ທ່ານກີເລອາດບໍ່ໄດ້ຢູ່ທີ່ນີ້ແທ້ຈິງ. ທ່ານເປັນພຽງຄົນທີ່ອາໄສຢູ່ທີ່ນີ້" (ເບິ່ງ: rc://*/ta/man/translate/figs-explicit)

ຍົກທັບ​ຂວ້າມ​ໄປສູ້​ຮົບ​ກັບ​ຄົນ​ອຳ­ໂມນ

ຫມາຍຄວາມວ່າພວກເຂົາໄດ້ຕໍ່ສູ້ກັບຊາວອຳໂມນຂະນະທີ່ພວກເຂົາຜ່ານອຳໂມນ. ຄວາມຫມາຍທັງຫມົດຂອງຄຳເວົ້ານີ້ສາມາດເຮັດໃຫ້ຈະແຈ້ງຂຶ້ນ. ອາດແປໄດ້ອີກວ່າ: "ໄດ້ຕໍ່ສູ້ກັບຜູ້ຄົນຂອງອຳໂມນດັ່ງທີ່ພວກເຮົາໄດ້ຜ່ານເຂດຂອງພວກເຂົາ" (ເບິ່ງ: rc://*/ta/man/translate/figs-explicit)

ກິເລອາດ

"ຄົນຈາກກິເລອາດ"

ຄົນ​ເອຟຣາອິມ ​ແລະ​ມາ­ນາ­ເຊ

"ໃນບັນດາເຂດຂອງ ຄົນ​ເອຟຣາອິມ ​ແລະ​ມາ­ນາ­ເຊ" ຫລື "ໃນແຜ່ນດິນຄົນ​ເອຟຣາອິມ ​ແລະ​ມາ­ນາ­ເຊ " ທີ່ນີ້ "​ເອຟຣາອິມ " ແລະ "ມາ­ນາ­ເຊ" ຫມາຍເຖິງເຂດ ແລະ ຖືກຕັ້ງຊື່ຕາມຊົນເຜົ່າທີ່ອາໄສຢູ່ທີ່ນັ້ນ.