lo_tn/jdg/11/34.md

3.3 KiB

ກອງ

ເຄື່ອງດົນຕີທີ່ມີຫົວຄ້າຍຄືກອງທີ່ສາມາດຕີ ແລະສີ້ນສ່ວນເປັນໂລຫະຕ່າງໆອ້ອມຮອບບໍລິເວນ ມີສຽງດັງເມື່ອເຄື່ອງດົນຕີສັ່ນ. (ເບິ່ງ: rc://*/ta/man/translate/translate-unknown)

ລາວ​ກໍ​ຈີກ​ເສື້ອ­ຜ້າ​ຂອງ­ຕົນ

ແມ່ນການກະທຳທີ່ສະແດງການໄວ້ທຸກ ຫລືຄວາມເສົ້າສະຫລົດໃຈຢ່າງໃຫຍ່ຫລວງ. ອາດແປໄດ້ອີກວ່າ: "ລາວໄດ້ຈີກເສື້ອຜ້າຂອງລາວຈາກຄວາມໂສກເສົ້າ" (ເບິ່ງ: rc://*/ta/man/translate/translate-symaction)

ເຈົ້າ​ເຮັດ­ໃຫ້ພໍ່ມີຄວາມໂສກເສົ້າ...​ເຈົ້າ​ເປັນ​ເຫດ​ໃຫ້​ພໍ່​ເຈັບປວດ

ເຢັບທາເວົ້າໂດຍທົ່ວໄປໃນສິ່ງດຽວກັນສອງຄັ້ງເພື່ອເນັ້ນຫນັກ ວ່າລາວມີຄວາມເສົ້າໃຈຫລາຍ” (ເບິ່ງ: rc://*/ta/man/translate/figs-parallelism)

ເຈົ້າ​ເຮັດ­ໃຫ້ພໍ່ມີຄວາມໂສກເສົ້າ

ເຢັບທາເວົ້າກ່ຽວກັບຄວາມໂສກເສົ້າທີ່ຍິ່ງໃຫຍ່ຂອງລາວວ່າແມ່ນສິ່ງທີ່ເຮັດໃຫ້ລາວເສົ້າໃຈ. ອາດແປໄດ້ອີກວ່າ: "ເຈົ້າໄດ້ເຮັດໃຫ້ຂ້ອຍມີຄວາມໂສກເສົ້າຫລາຍ" ຫລື "ເຈົ້າໄດ້ເຮັດໃຫ້ຂ້ອຍເຕັມໄປດ້ວຍຄວາມໂສກເສົ້າ" (ເບິ່ງ: rc://*/ta/man/translate/figs-metaphor)

​ເຈົ້າ​ເປັນ​ເຫດ​ໃຫ້​ພໍ່​ເຈັບປວດ

ເຢັບທາເວົ້າກ່ຽວກັບຄວາມຫຍຸ້ງຍາກລຳບາກ ແລະຄວາມທຸກ ລຳບາກຂອງລາວ ຄືກັບວ່າມັນເປັນຄວາມເຈັບປວດ. ອາດແປໄດ້ອີກວ່າ: "ເຈົ້າກາຍເປັນຄົນທີ່ສ້າງຄວາມເດືອດຮ້ອນໃຫ້ຂ້ອຍ" ຫລື "ເຈົ້າເຮັດໃຫ້ຂ້ອຍມີຄວາມຫຍຸ້ງຍາກຫຼາຍ" (ເບິ່ງ: rc://*/ta/man/translate/figs-metaphor)

ພໍ່ບໍ່ສາມາດ​ຄືນ​ຄຳສັນຍາຂອງພໍ່­ໄດ້

ແມ່ນສຳນວນ. ການປະຕິເສດຄຳສັນຍາຫມາຍຄວາມວ່າບໍ່ເຮັດໃນສິ່ງທີ່ທ່ານໄດ້ສັນຍາໄວ້. ອາດແປໄດ້ອີກວ່າ: "ຂ້ອຍຕ້ອງເຮັດໃນສິ່ງທີ່ຂ້ອຍໄດ້ສັນຍາໄວ້" ຫລື "ຂ້ອຍບໍ່ສາມາດທຳລາຍຄຳສັນຍາຂອງຂ້ອຍ" (ເບິ່ງ: rc://*/ta/man/translate/figs-idiom)