lo_tn/jdg/11/29.md

2.1 KiB

ພຣະ­ວິນ­ຍານ​ຂອງ​ພຣະ­​ຢາເວ ໄດ້ສະເດັດມາສະຖິດຢູ່ກັບ​ເຢັບ­ທາ

ແມ່ນສຳນວນທີ່ຫມາຍຄວາມວ່າພຣະວິນຍານມີອິດທິພົນຕໍ່ການຕັດສິນໃຈຂອງເຢັບທາ. ອາດແປໄດ້ອີກວ່າ: "ພຣະວິນຍານຂອງພຣະຢາເວໄດ້ຄວບຄຸມເຢັບທາ" (ເບິ່ງ: rc://*/ta/man/translate/figs-idiom)

ລາວ​ຈຶ່ງ​ເດີນທາງຜ່ານ​ກິີເລ­ອາດ ແລະ​ມາ­ນາ­ເຊ...ຈາກ​ມິ​ຊະ​ປາ​ແຫ່ງ​ກີ­ເລ­ອາດ

ເຢັບທາໄດ້ຜ່ານສະຖານທີ່ເຫລົ່ານີ້ເກນທະຫານ ເພື່ອໃຫ້ກອງທັບຂອງລາວໄປສູ້ຮົບກັບຜູ້ຄົນຂອງອຳໂມນ. ຄວາມຫມາຍທັງຫມົດທີ່ຂອງສິ່ງນີ້ສາມາດເຮັດໃຫ້ຈະແຈ້ງຂື້ນ.ອາດແປໄດ້ອີກວ່າ: "ລາວໄດ້ເຕົ້າໂຮມຄົນສຳລັບກອງທັບຂອງລາວ ໃນຂະນະທີ່ລາວຜ່ານເມືອງກີເລອາດ ແລະມານາເຊ ... ຈາກເມືອງມິ​ຊະ​ປາແຫ່ງກິເລອາດ" (ເບິ່ງ: rc://*/ta/man/translate/figs-explicit)

ຂ້າ​ນ້ອຍຈະ​ຖວາຍ​ຜູ້­ນັ້ນ

ແມ່ນສຳນວນຊຶ່ງຫມາຍຄວາມວ່າ ຈະໃຫ້ບາງສິ່ງບາງຢ່າງເປັນເຄື່ອງຖວາຍບູຊາ. ອາດແປໄດ້ອີກວ່າ: "ຂ້ອຍຈະສະເຫນີໃຫ້ເຈົ້າ" ຫລື "ຂ້ອຍຈະເສຍສະລະໃຫ້ເຈົ້າ" (ເບິ່ງ: rc://*/ta/man/translate/figs-idiom)