lo_tn/jdg/08/27.md

4.8 KiB

ກີ­ເດ­ໂອນ​ໄດ້ເຮັດ ໂອຟຣາອັນຫນຶ່ງຈາກຕຸ້ມຫູເຫລົ່ານັ້ນ

"ກີ­ເດ­ໂອນໄດ້ໃຊ້ຄຳຈາກຕຸ້ມເພື່ອເຮັດໂອຟຣາ"

ໂອຟະຣາ

ຊື່ເມືອງຄືກັບທີ່ເຈົ້າໄດ້ແປໃນ 6:11.

ແລະຄົນ​ອິ​ດສ​ະ​ຣາເອນທັງຫມົດກໍຫລິ້ນຊູກັນ ໂດຍ​ພາ­ກັນ​ນະ­ມັດ­ສະ­ການ​ຮູບ​ພະ​ນັ້ນ

ແມ່ນເວົ້າເຖິງການນະມັດສະການພະເຈົ້າປອມຄືກັບເປັນໂສເພນີ. ອາດແປໄດ້ອີກວ່າ: "ຄົນອິດສະຣາເອນໄດ້ເຮັດບາບຕໍ່ພຣະຢາເວໂດຍນະມັດສະການໂອຟຣາທີ່ນັ້ນ" (ເບິ່ງ: rc://*/ta/man/translate/figs-metaphor)

ຄົນ​ອິ​ດສ​ະ​ຣາເອນທັງຫມົດ

ທັງຫມົດ" ແມ່ນ ຄຳເວົ້າທີ່ເກີນຄວາມຈິງເພື່ອເນັ້ນຫນັກ ວ່າຫລາຍຄົນໄດ້ຂາບໄຫວ້ເສື້ອຜ້າ. ອາດແປໄດ້ອີກວ່າ: "ຫລາຍຄົນໃນອິດສະຣາເອນໄດ້ນະມັດສະການເສື້ອຜ້າ (ເບິ່ງ: rc://*/ta/man/translate/figs-hyperbole)

ຊຶ່ງໄດ້ເປັນ​ບ້ວງ­ແຮ້ວແກ່ກີ­ເດ­ໂອນ ແລະຄົນທີ່ຢູ່ໃນ​ຄອບຄົວຂອງລາວ

ເລື່ອງນີ້ເວົ້າເຖິງກີ­ເດ­ໂອນ ແລະຄອບຄົວຂອງລາວທີ່ຖືກລໍ້ລວງໃຫ້ນະມັດສະການໂອຟຣາ ຄືກັບວ່າໂອຟຣາແມ່ນແຮ້ວຂອງນັກລ່າທີ່ຈະດັກພວກເຂົາ. ອາດແປໄດ້ອີກວ່າ: "ມັນກາຍເປັນການລໍ້ລວງໃຫ້ກີເດໂອນ ແລະຄອບຄົວຂອງລາວ" ຫລື "ກີເດໂອນ ແລະຄອບຄົວຂອງລາວເຮັດຜິດໂດຍການບູຊານັ້ນ" (ເບິ່ງ: rc://*/ta/man/translate/figs-metaphor)

ຢູ່ໃນ​ຄອບຄົວຂອງລາວ

"ເຮືອນຂອງລາວ" ຫມາຍເຖິງຄອບຄົວຂອງກີເດໂອນ. ອາດແປໄດ້ອີກວ່າ: "ສຳລັບຄອບຄົວຂອງລາວ" (ເບິ່ງ: rc://*/ta/man/translate/figs-metonymy)

ດ່ັງນັ້ນ ຄົນ​ມີ­ດີ­ອານ​ໄດ້​ພ່າຍ­ແພ້​ຕໍ່ຫນ້າຄົນ​ອິດສ​ະ​ຣາເອນ

ສາມາດຖືກລະບຸໄວ້ໃນຮູບແບບດຳເນີນການຢູ່. ອາດແປໄດ້ອີກວ່າ: "ດັ່ງນັ້ນ, ພຣະຢາເວຈຶ່ງຊົງໂຄ່ນລົ້ມຄົນ​ມີ­ດີ­ອານ​ໄດ້​ພ່າຍ­ແພ້​ຕໍ່ຫນ້າຄົນ​ອິດສ​ະ​ຣາເອນ " ຫລື "ດັ່ງນັ້ນ, ພຣະຢາເວ ໄດ້ຊ່ວຍຄົນ​ອິດສ​ະ​ຣາເອນເອົາຊະນະຄົນ​ມີ­ດີ­ອານ" (ເບິ່ງ: rc://*/ta/man/translate/figs-activepassive)

ພວກເຂົາບໍ່ໄດ້ຍົກຫົວຂຶ້ນອີກ

ແມ່ນສຳນວນ. ອາດແປໄດ້ອີກວ່າ: "ພວກເຂົາບໍ່ໄດ້ໂຈມຕີອິດສະຣາເອນອີກ" (ເບິ່ງ: rc://*/ta/man/translate/figs-idiom)

ດັ່ງນັ້ນ ຜືນແຜ່ນດິນ​ກໍ​ໄດ້­ຮັບ​ຄວາມ­ສະ­ຫງົບ­ສຸກ

"ແຜ່ນດິນ" ຫມາຍເຖິງປະຊາຊົນອິດສະຣາເອນ. ອາດແປໄດ້ອີກວ່າ: "ດັ່ງນັ້ນຄົນ​ອິດສ​ະ​ຣາເອນດຳລົງຊີວິດຢ່າງສະຫງົບສຸກ" (ເບິ່ງ: rc://*/ta/man/translate/figs-metonymy)

ຕະ­ຫລອດ​ສີ່ສິບປີ

"40 ປີ" (ເບິ່ງ: rc://*/ta/man/translate/translate-numbers)

ໃນສະໄຫມຂອງກິເດໂອນ

"ໃນສະໄຫມ" ຫມາຍເຖິງຕະຫລອດຊີວິດຂອງລາວ. ອາດແປໄດ້ອີກວ່າ: "ໃນຊ່ວງຊີວິດຂອງກີເດໂອນ" (ເບິ່ງ: rc://*/ta/man/translate/figs-metonymy)