lo_tn/jdg/08/08.md

2.2 KiB

ຈາກ​ນັ້ນ ກີ­ເດ­ໂອນ​ກໍ​ໄປ​ຍັງ​ເມືອງ​ເປ­ນູ­ເອນ

"ລາວ" ຫມາຍເຖິງກີເດໂອນ. ກີເດໂອນເປັນຕົວແທນຂອງພວກທະຫານທີ່ຕິດຕາມລາວໄປ. ອາດແປໄດ້ອີກວ່າ: "ພວກເຂົາໄດ້ອອກໄປທີ່ນັ້ນ" ຫລື "ກີເດໂອນ ແລະຜູ້ຊາຍ 300 ຄົນຂອງລາວໄດ້ໄປທີ່ນັ້ນ" (ເບິ່ງ: rc://*/ta/man/translate/figs-synecdoche)

​ເປ­ນູ­ເອນ

ຊື່ຂອງສະຖານທີ່. (ເບິ່ງ: rc://*/ta/man/translate/translate-names)

ແລະໄດ້ເວົ້າ​ຕໍ່​ຊາວ­ເມືອງ​ນັ້ນ​ຢ່າງ​ດຽວ​ກັນ

ທ່ານສາມາດເຮັດໃຫ້ຂໍ້ມູນທີ່ເຂົ້າໃຈໄດ້ຊັດເຈນ. ອາດແປໄດ້ອີກວ່າ: "ແລະຂໍອາຫານຢູ່ທີ່ນັ້ນດ້ວຍວິທີດຽວກັນ" ຫລື "ແລະ ລາວຍັງຂໍອາຫານໃຫ້ພວກເຂົາ" (ເບິ່ງ: rc://*/ta/man/translate/figs-ellipsis)

ເມື່ອຂ້ອຍ​ກັບ​ຄືນ​ມາ​ອີກຄັ້ງໂດຍຄວາມສະຫງົບສຸກ

ແມ່ນວິທີການສຸພາບເພື່ອອ້າງອີງເຖິງຄວາມພ່າຍແພ້ຂອງສັດຕູຂອງລາວ. ອາດແປໄດ້ອີກວ່າ: "ຫລັງຈາກຂ້ອຍໄດ້ເອົາຊະນະກອງທັບມີດີອານຢ່າງສົມບູນ" (ເບິ່ງ: rc://*/ta/man/translate/figs-euphemism)

ຂ້ອຍ​ຈະ​ທຳ­ລາຍ​ຫໍ­ຄອຍ​ນີ້​ລົງ

"ຂ້ອຍ" ຫມາຍເຖິງກີເດໂອນ ແລະ ຄົນຂອງລາວ. ອາດແປໄດ້ອີກວ່າ: "ຜູ້ຊາຍຂອງຂ້ອຍ ແລະ ຂ້ອຍຈະດຶງຫໍຄອຍນີ້ລົງ" (ເບິ່ງ: rc://*/ta/man/translate/figs-synecdoche)