lo_tn/jdg/06/13.md

2.7 KiB

ເຈົ້ານາຍຂອງຂ້າ­ນ້ອຍ​,

ກີ­ເດ­ໂອນໃຊ້ຄຳວ່າ "ເຈົ້ານາຍ" ເປັນວິທີທີ່ສຸພາບເພື່ອທັກທາຍກັບຄົນແປກຫນ້າ. ລາວບໍ່ຮູ້ວ່າລາວກຳລັງເວົ້າກັບພຣະຢາເວໃນຮູບແບບຂອງເທວະດາ ຫລືຜູ້ຊາຍຄົນຫນຶ່ງ.

ການ​ອັດ­ສະ­ຈັນ​ຕ່າງໆຂອງພຣະອົງທັງຫມົດ ທີ່​ບັນພະບູຣຸດຂອງພວກ​ຂ້າ­ນ້ອຍ​ໄດ້​ເລົ່າ​ໃຫ້​​ພວກເຮົາຟັງ​ນັ້ນຢູ່ບ່ອນ­ໃດ, ເມື່ອພວກເຂົາເວົ້າວ່າ, 'ພຣະຢາເວ ຊົງ­ນຳ​ຫນ້າ​ພວກ​ຂ້າ­ນ້ອຍ​ອອກ​ມາ​ຈາກ​ປະ­ເທດ​ອີ­ຢິບ​ນັ້ນ?

ກີ­ເດ­ໂອນໃຊ້ ຄຳຖາມເພື່ອທ້າທາຍຂໍ້ຄວາມຂອງຄົນແປກຫນ້າທີ່ວ່າ ພຣະຢາເວຢູ່ກັບລາວ. ພ້ອມກັນນັ້ນ, ການສະເຫນີໂດຍກົງສາມາດລະບຸເປັນການສະເຫນີທາງອ້ອມ. ອາດແປໄດ້ອີກວ່າ: "ພວກເຮົາບໍ່ໄດ້ເຫັນການກະທຳທີ່ຫນ້າອັດສະຈັນ ຄືກັບສິ່ງທີ່ບັນພະບູຣຸດຂອງພວກເຮົາ ໄດ້ບອກພວກເຮົາໃນເວລາທີ່ພຣະຢາເວ ໄດ້ນຳພວກເຂົາອອກຈາກປະເທດເອຢິບ." (ເບິ່ງ: [[rc:///ta/man/translate/figs-rquestion]] ແລະ [[rc:///ta/man/translate/figs-quotations]])

ໄດ້​ມອບ​ພວກ​ຂ້າ­ນ້ອຍ​ໄວ້ໃນມືຂອງຄົນມີດີອານ

"ມື" ຫມາຍເຖິງອຳນາດ ຫລື ການຄວບຄຸມ. (ເບິ່ງ: rc://*/ta/man/translate/figs-metonymy)

ໄດ້​ມອບ​ພວກ​ຂ້າ­ນ້ອຍ​ໄວ້ໃນມື

"ມື" ຫມາຍເຖິງອຳນາດ ຫລື ການຄວບຄຸມ. (ເບິ່ງ: rc://*/ta/man/translate/figs-metonymy)

ຂອງຄົນມີດີອານ

"ມີດີອານ" ເປັນຕົວແທນໃຫ້ແກ່ປະຊາຊົນຂອງມີດີອານ. ອາດແປໄດ້ອີກວ່າ: "ຂອງຊາວມີດີອານ" (ເບິ່ງ: rc://*/ta/man/translate/figs-metonymy)