lo_tn/jdg/05/21.md

2.1 KiB

ແມ່​ນ້ຳ​ກີ­ໂຊນ​ໄດ້ພັດ​ກວາດລ້າງພວກເຂົາອອກ​ໄປ

ຍ້ອນວ່າຝົນຕົກຫນັກກະແສນໍ້າໄດ້ໄຫລຖ້ວມຢ່າງໄວວາ ເຮັດໃຫ້ລົດຮົບຕິດຢູ່ໃນຕົມ ແລະເຮັດໃຫ້ທະຫານຫລາຍຄົນຈົມນໍ້າຕາຍ. ອາດແປໄດ້ອີກວ່າ: "ແມ່ນໍ້າກີ­ໂຊນໄດ້ຖືກນໍ້າຖ້ວມ ແລະກວາດລ້າງພວກທະຫານຂອງສີເສຣາ" (ເບິ່ງ: rc://*/ta/man/translate/figs-explicit)

​ກີ­ໂຊນ

ແມ່ນແບບດຽວກັນນີ້ທີ່ທ່ານໄດ້ແປໃນ 4: 6.

ຈົ່ງເດີນຫນ້າໄປຈິດວິນຍານຂອງຂ້ອຍ, ຈົ່ງເຂັ້ມແຂງເທີ້ນ

"ຈິດວິນຍານ" ຫມາຍເຖິງຄົນທັງຫມົດ. ຄຳວ່າ "ຂອງຂ້ອຍ" ຫມາຍເຖິງເດໂບຣາ. ອາດແປໄດ້ອີກວ່າ: "ຂ້ອຍບອກຕົວເອງໃຫ້ເດີນໄປ ແລະມີຄວາມເຂັ້ມແຂງ" (ເບິ່ງ: rc://*/ta/man/translate/figs-synecdoche)

ແລ້ວສຽງຄ້ອງມ້າ​ທັງ­ຫລາຍທີ່ກຳລັງ​ແລ່ນ​ມາ, ການແລ່ນມາຂອງບັນດາຜູ້ເກ່ງກ້າຂອງເຂົາ.

ອະທິບາຍເຖິງສຽງຂອງມ້າຫລາຍໂຕ ທີ່ແລ່ນຫນີຈາກການສູ້ຮົບ. ອາດແປໄດ້ອີກວ່າ: "ຫລັງຈາກນັ້ນຂ້ອຍໄດ້ຍິນສຽງມ້າແລ່ນອອກໄປ. ມ້າທີ່ມີອຳນາດຂອງສີເສຣາກຳລັງແລ່ນຫນີໄປ" (ເບິ່ງ: rc://*/ta/man/translate/figs-explicit)

ການແລ່ນ

ແລ່ນໄວ