lo_tn/jdg/05/17.md

4.1 KiB

ສ່ວນ​ກິ­ເລ­ອາດ​ນັ້ນ​ໄດ້ອາໄສ​ຢູ່

"ກິເລອາດ" ເປັນຕົວແທນໃຫ້ແກ່ຊາຍຈາກເມືອງກິເລອາດ ທີ່ຄວນໄປສູ້ຮົບໃນສະຫນາມຮົບ. ອາດແປໄດ້ອີກວ່າ: "ພວກຜູ້ຊາຍຂອງກິເລອາດອາໄສຢູ່" (ເບິ່ງ: rc://*/ta/man/translate/figs-metonymy)

ຝາກຫນຶ່ງຂອງ​ແມ່­ນ້ຳຢໍ­ແດນ

ຫມາຍເຖິງທິດຕາເວັນອອກຂອງແມ່ນໍ້າຈໍແດນ. (ເບິ່ງ: rc://*/ta/man/translate/figs-explicit)

ດານ, ເປັນຫຍັງລາວຈຶ່ງຂີ່ເຮືອໄປ?

ຄຳຖາມນີ້ຖືກຖາມເພື່ອສະແດງຄວາມໂກດແຄ້ນ ເພາະວ່າປະຊາຊົນເຜົ່າດານຈະບໍ່ສູ້ຮົບກັບອິດສະຣາເອນ. ອາດແປໄດ້ອີກວ່າ: "ແລະຜູ້ຊາຍຂອງ ດານ ບໍ່ຄວນຈະຢູ່ໃນເຮືອນຂອງພວກເຂົາ" ຫລື "ແລະຄົນຂອງຊົນເຜົ່າດານ ບໍ່ໄດ້ຊ່ວຍພວກເຮົາໃນການສູ້ຮົບ." (ເບິ່ງ: [[rc:///ta/man/translate/figs-rquestion]] ແລະ [[rc:///ta/man/translate/figs-explicit]])

ດານ, ເປັນຫຍັງລາວ

"ດານ" ເປັນຕົວແທນຂອງຜູ້ຊາຍຈາກດານທີ່ຄວນໄປສູ້ຮົບໃນສະຫນາມຮົບ. ອາດແປໄດ້ອີກວ່າ: "ຜູ້ຊາຍຂອງດານ, ເປັນຫຍັງພວກເຂົາຈຶ່ງເຮັດ" (ເບິ່ງ: rc://*/ta/man/translate/figs-metonymy)

ຈຶ່ງຂີ່ເຮືອໄປ

ຊົນເຜົ່າຂອງດານຕັ້ງຢູ່ໃກ້ທະເລເມດີເຕເລເນ. ພວກເຂົາຂີ່ເຮືອບົນທະເລເພື່ອຫາເງິນຈາກການຄ້າ ແລະຫາປາ. (ເບິ່ງ: rc://*/ta/man/translate/figs-explicit)

ອາ­ເຊ​ຍັງຄົງ​ຢູ່​ຕາມ​ແຄມ​ທະ­ເລ ແລະອາໄສຢູ່ໃກ້ທ່າເຮືອຂອງພວກເຂົາ

ຄວາມຫມາຍອັນເຕັມທີ່ຂອງຄຳເວົ້ານີ້ ສາມາດເວົ້າໄດ້ຢ່າງຈະແຈ້ງ. ອາດແປໄດ້ອີກວ່າ: "ປະຊາຊົນຂອງຊົນເຜົ່າອາເຊ ກໍ່ລົ້ມເຫລວທີ່ຈະຊ່ວຍພວກເຮົາ, ພວກເຂົາພຽງແຕ່ຢູ່ຊາຍຝັ່ງທະເລໃກ້ທ່າເຮືອຂອງພວກເຂົາ" (ເບິ່ງ: rc://*/ta/man/translate/figs-explicit)

​ອາ­ເຊ​ຍັງຄົງ​ຢູ່​

"ອາ­ເຊ" ເປັນຕົວແທນຂອງຜູ້ຊາຍທີ່ຄວນໄປສູ້ຮົບໃນສະຫນາມຮົບ. ອາດແປໄດ້ອີກວ່າ: "ຜູ້ຊາຍຂອງອາ­ເຊຍັງຄົງຢູ່" (ເບິ່ງ: rc://*/ta/man/translate/figs-metonymy)

ທ່າເຮືອ

ສະຖານທີ່ຕັ້ງຢູ່ແຄມທະເລທີ່ມີນໍ້າເລິກກວ່າບ່ອນທີ່ເຮືອຖືກເກັບຮັກສາໄວ້

ເນັບ­ທາ­ລີ, ກໍເຊັ່ນກັນ

ທ່ານສາມາດເຮັດໃຫ້ຂໍ້ມູນທີ່ເຂົ້າໃຈໄດ້ຊັດເຈນ. ອາດແປໄດ້ອີກວ່າ: "ເນັບ­ທາ­ລີເປັນ ເຜົ່າທີ່ຍັງມີຄວາມສ່ຽງຕໍ່ຊີວິດຂອງພວກເຂົາໄປສູ່ຄວາມຕາຍ" (ເບິ່ງ: rc://*/ta/man/translate/figs-ellipsis)