lo_tn/jdg/05/05.md

3.4 KiB

ຂໍ້ມູນທົ່ວໄປ:

ເພງຂອງ ເດ­ໂບ­ຣາ ແລະ ບາ­ຣາກສືບຕໍ່ນຳໃຊ້ບົດກະວີຕໍ່ໄປ. (ເບິ່ງ: rc://*/ta/man/translate/writing-poetry)

ພູ​ກໍສັ່ນໄຫວ

ອາດຈະຫມາຍເຖິງແຜ່ນດິນໄຫວ ແລະເຮັດໃຫ້ຄວາມຮູ້ສຶກວ່າພູເຂົາໄດ້ສັ່ນສະເທືອນຍ້ອນວ່າ ພວກເຂົາມີຄວາມຢ້ານກົວຕໍ່ພຣະ­ຢາເວຫລາຍ. ອາດແປໄດ້ອີກວ່າ: "ພູເຂົາສັ່ນສະເທືອນໃນຄວາມຢ້ານກົວ" (ເບິ່ງ: [[rc:///ta/man/translate/figs-personification]] ແລະ [[rc:///ta/man/translate/figs-explicit]])

ຕໍ່ຫນ້າ​ພຣະຢາເວ

“ຕໍ່ຫນ້າ” ຫມາຍເຖິງການສະຖິດຢູ່ຂອງພຣະຢາເວ. ອາດແປໄດ້ອີກວ່າ: "ໃນທີ່ປະທັບຂອງາ​ພຣະຢາເວ" (ເບິ່ງ: rc://*/ta/man/translate/figs-metonymy)

​ແມ່ນແຕ່​ພູ​ຊີ­ນາຍກໍສັ່ນໄຫວ

ເມື່ອໂມເຊ ແລະອິດສະຣາເອນຢູ່ເທິງພູຊີນາຍ, ໄດ້ສັ່ນສະເທືອນ. ອາດແປໄດ້ອີກວ່າ: "ດົນນານມາແລ້ວ, ເຖິງແມ່ນວ່າ ພູຊີນາຍກໍສັ່ນສະເທືອນ" (ເບິ່ງ: rc://*/ta/man/translate/figs-explicit)

ໃນ​ສະ­ໄຫມ​ຂອງ

"ວັນ" ຫມາຍເຖິງໄລຍະເວລາທີ່ຍາວກວ່າ. ອາດແປໄດ້ອີກວ່າ: "ໃນຊ່ວງຕະຫລອດຊີວິດຂອງ" (ເບິ່ງ: rc://*/ta/man/translate/figs-metonymy)

​ຊຳ­ຄາ...​ອາ­ນາດ...ຢາບີນ

ແມ່ນຊື່ຂອງຄົນ. ເບິ່ງວິທີທີ່ທ່ານແປ ​ຊຳ­ຄາ ແລະອາ­ນາດ ໃນ 3:31 ແລະ ຢາບີນ ໃນ 4:17. (ເບິ່ງ: rc://*/ta/man/translate/translate-names)

ລູກ­ຊາຍ​ຂອງ​ອາ­ນາດ

ພໍ່ຂອງ​ຊຳ­ຄາໄດ້ຖືກກ່າວເຖິງ ເພື່ອຊ່ວຍໃນການລະບຸ ​ຊຳ­ຄາ ແລະເມື່ອລາວອາໄສຢູ່. (ເບິ່ງ: rc://*/ta/man/translate/writing-background)

ເສັ້ນທາງຫລວງຕ່າງໆ ກໍຖືກປະຖິ້ມ

ສາມາດລະບຸໄດ້ໃນຮູບແບບດຳເນີນການຢູ່ ແລະທ່ານສາມາດເຮັດໃຫ້ມີຄວາມຊັດເຈນວ່າເປັນຫຍັງຖະຫນົນຖືກປະຖິ້ມ. ອາດແປໄດ້ອີກວ່າ: "ຜູ້ຄົນຢຸດໃຊ້ຖະຫນົນໃຫຍ່; ເພາະວ່າພວກເຂົາຢ້ານສັດຕຣູຂອງອິດສະຣາເອນ" (ເບິ່ງ: [[rc:///ta/man/translate/figs-activepassive]] ແລະ [[rc:///ta/man/translate/figs-explicit]])

ທຽວ​ທາງ​ໂຄ້ງ

ຫມາຍເຖິງຖະຫນົນນ້ອຍກວ່າທີ່ມີຄົນທຽວຫນ້ອຍລົງ