lo_tn/jdg/05/03.md

3.1 KiB

ຂໍ້ມູນທົ່ວໄປ:

ເພງຂອງ ເດ­ໂບ­ຣາ ແລະ ບາ­ຣາກສືບຕໍ່ນຳໃຊ້ບົດກະວີຕໍ່ໄປ. (ເບິ່ງ: rc://*/ta/man/translate/writing-poetry)

ທ່ານກະສັດທັງຫລາຍ​ຈົ່ງ​ຟັງ​ເຖີ້ນ! ແລະ​ເຈົ້າ​ຜູ້ນຳທັງຫລາຍ​ຈົ່ງ​ຟັງ​ດ້ວຍ!

ເດໂບຣາ ແລະບາຣາກ ເວົ້າກັບກະສັດ ແລະຜູ້ນຳຄືກັບວ່າພວກເຂົາຢູ່ທີ່ນັ້ນຟັງເພງ. (ເບິ່ງ: rc://*/ta/man/translate/figs-apostrophe)

ກະສັດຂອງທ່ານ...​ເຈົ້າ​ຜູ້ນຳຂອງທ່ານ

ຫມາຍເຖິງກະສັດ ແລະຜູ້ນຳໂດຍທົ່ວໄປ, ບໍ່ແມ່ນກະສັດ ຫລືຜູ້ນຳ ສະເພາະ.

ເມື່ອ​ພຣະ­ອົງ​ສະ­ເດັດ​ມາ​ຈາກ​ພູ​ເສ­ອີ, ເມື່ອພຣະອົງໄດ້​ສະ­ເດັດ​ອອກ​ມາ​ຈາກ​ເຂດ​ເມືອງ​ເອ­ໂດມ​ນັ້ນ

ຫມາຍເຖິງເວລາທີ່ຄົນສະຣາເອນອອກຈາກເອໂດມ ເລີ່ມຕົ້ນເອົາຊະນະປະຊາຊົນໃນການາອານ. ພຣະຢາເວໄດ້ເສີມສ້າງກຳລັງໃຫ້ປະຊາຊົນຂອງພຣະອົງ ເພື່ອເອົາຊະນະປະຊາຊົນຂອງການາອານ, ຄືກັບວ່າພຣະອົງເປັນນັກຮົບນຳພາກອງທັບອິດສະຣາເອນ. (ເບິ່ງ: rc://*/ta/man/translate/figs-metaphor)

​ເສ­ອີ

ເສ­ອີເປັນພູເຂົາທີ່ຢູ່ຊາຍແດນຂອງແຜ່ນດິນອິດສະຣາເອນ ແລະເອໂດມ. (ເບິ່ງ: rc://*/ta/man/translate/translate-names)

ແຜ່ນ­ດິນ​ກໍ​ສັ່ນສະເທືອນ, ທ້ອງຟ້າກໍສັ່ນສະເທືອນ, ກ້ອນ​ເຝື້ອກໍໄດ້ຖອກເທນໍ້າຝົນລົງມາ.

ຄວາມໝາຍທີ່ເປັນໄປໄດ້ 1) ແມ່ນພາສາກະວີທີ່ເນັ້ນຫນັກເຖິງອຳ ນາດຂອງພຣະຢາເວ ໂດຍການອະທິບາຍວ່າມັນເປັນສາເຫດໃຫ້ເກີດແຜ່ນດິນໄຫວ ແລະພະຍຸຫລື 2) ປະຊາຊົນຊາວການາອານຢ້ານກົວໃນຂະນະທີ່ຊາວອິດສະຣາເອນ ກຳລັງຈະໂຈມຕີພວກເຂົາຖືກກ່າວເຖິງຄືວ່າແຜ່ນດິນໂລກ ແລະທ້ອງຟ້າສັ່ນສະເທືອນ. (ເບິ່ງ: rc://*/ta/man/translate/figs-metaphor)