lo_tn/jdg/03/09.md

3.3 KiB

ພຣະ­­ຢາເວໄດ້ມອບຜູ້ໃດຜູ້ຫນຶ່ງ

ພຣະ­­ຢາເວໄດ້ມອບຜູ້ໃດຜູ້ຫນຶ່ງໃຫ້ເຮັດວຽກພິເສດເພື່ອພຣະອົງ ແມ່ນເວົ້າເຖິງວ່າພຣະ­­ຢາເວຍົກສູງຂຶ້ນ ຫລືຍົກຜູ້ນັ້ນຂຶ້ນ. (ເບິ່ງ: rc://*/ta/man/translate/figs-metaphor)

ໂອດ­ນີ­ເອນ...​ເກ­ນາດ

ແປຊື່ເຫລົ່ານີ້ຄືກັນກັບທີ່ທ່ານແປໃນ 1:11.

ເສີມກຳລັງລາວ

ປະໂຫຍກນີ້ຫມາຍຄວາມວ່າ ພຣະ­­ຢາເວ ໄດ້ຊ່ວຍໂອດ­ນີ­ເອນໃຫ້ມີແລະພັດທະນາຄຸນສົມບັດຕ່າງໆທີ່ຈຳເປັນສຳລັບການເປັນຜູ້ນຳທີ່ຍິ່ງໃຫຍ່.

ລາວຕັດສິນ​ຄົນ​ອິ​ສ​ະ​ຣາເອນ

“ຕັດສິນ” ຫມາຍຄວາມວ່າລາວ ນຳພາປະຊາຊົນອິດສະຣາເອນ.

ລາວກໍ​ອອກ​ໄປສູ້ຮົບ

"ລາວ" ຫມາຍເຖິງໂອດ­ນີ­ເອນ ຊຶ່ງເປັນຕົວແທນຂອງກອງທັບອິດສະຣາເອນ. ອາດແປໄດ້ອີກວ່າ: "ໂອດ­ນີ­ເອນ ແລະທະຫານອິດສະຣາເອນໄດ້ໄປສູ້ຮົບກັບກອງທັບຂອງກູ­ຊານຣີ­ຊາ­ທາ­ອີມ" (ເບິ່ງ: rc://*/ta/man/translate/figs-synecdoche)

​ພຣະ­­ຢາເວ ​ໄດ້​ມອບໃຫ້ລາວມີໄຊຊະນະເຫນືອກະສັດ​ກູ­ຊານຣິຊາ­ທາ­ອິມ ກະ­ສັດ​ເມືອງອາຣາມ.

"ກູ­ຊານຣິຊາ­ທາ­ອິມ" ເປັນຕົວແທນໃຫ້ແກ່ກອງທັບຂອງລາວ. ອາດແປໄດ້ອີກວ່າ: "​ພຣະ­­ຢາເວໄດ້ຊ່ວຍກອງທັບອິດສະຣາເອນເອົາຊະນະກອງທັບຂອງກະສັດ​ກູ­ຊານຣິຊາ­ທາ­ອິມ ກະ­ສັດ​ເມືອງອາຣາມ."(ເບິ່ງ: rc://*/ta/man/translate/figs-synecdoche)

ມືຂອງໂອດນິເອນ

"ມື" ແມ່ນຄຳອະທິບາຍສຳລັບກອງທັບ. ອາດແປໄດ້ອີກວ່າ: "ກອງທັບຂອງໂອດ­ນີ­ເອນ" (ເບິ່ງ: rc://*/ta/man/translate/figs-metonymy)

ແຜ່ນ­ດິນນັ້ນ ​ຈຶ່ງ​ໄດ້​ຄວາມສະ­ຫງົບສຸກ

"ແຜ່ນ­ດິນ" ແມ່ນໃຊ້ເພື່ອຫມາຍເຖິງຄົນທີ່ອາໄສຢູ່ໃນດິນແດນ. ອາດແປໄດ້ອີກວ່າ: "ປະຊາຊົນມີຊີວິດຢູ່ຢ່າງສະຫງົບສຸກ" (ເບິ່ງ: rc://*/ta/man/translate/figs-metonymy)

ສີ່­ສິບ­ປີ

"40 ປີ" (ເບິ່ງ: ranslate_numbers)