lo_tn/jdg/02/20.md

3.2 KiB

ການພຣະ­ພິ­ໂລດຂອງພຣະ­ຢາເວ ເຮັດໃຫ້ເກີດການຕໍ່ຕ້ານຊາວອິ​ດສ​ະ​ຣາເອນ

ຄວາມໂກດຮ້າຍຂອງພຣະ­ຢາເວ ໄດ້ຖືກບັນຍາຍເປັນຄືກັບໄຟ. ເບິ່ງວິທີທີ່ທ່ານແປປະໂຫຍກນີ້ໃນ 2:14 (ເບິ່ງ: rc://*/ta/man/translate/figs-metaphor)

​ຊົນ­ຊາດ​ເຫລົ່າ​ນີ້ ໄດ້​ລະເມີດ​ຄຳ​ສັນ­ຍາ​

“ຊົນ­ຊາດ​ເຫລົ່າ​ນີ້” ເປັນຕົວແທນຂອງປະຊາຊົນ. ອາດແປໄດ້ອີກວ່່າ: "ຄົນພວກນີ້ໄດ້ແຕກ" ຫລື "ຄົນອິດສະຣາເອນໄດ້ແຕກ" (ເບິ່ງ: rc://*/ta/man/translate/figs-metonymy)

ບັນພະບຸຣຸດ

ຫມາຍເຖິງບັນພະບຸຣຸດຂອງບຸກຄົນ ຫລືກຸ່ມຄົນໃດໜຶ່ງ.

ພວກ­ເຂົາ​ບໍ່­ໄດ້​ຟັງ​ຄຳ​ຂອງ​ເຮົາ

”ສຽງ” ສະແດງເຖິງສິ່ງທີ່ພຣະ­ຢາເວກ່າວ. ອາດແປໄດ້ອີກວ່່າ: "ພວກເຂົາບໍ່ໄດ້ເຊື່ອຟັງສິ່ງທີ່ເຮົາສັ່ງໃຫ້ພວກເຂົາ" ຫລື "ພວກເຂົາບໍ່ໄດ້ເຊື່ອຟັງເຮົາ" (ເບິ່ງ: rc://*/ta/man/translate/figs-metonymy)

​ຊົນ­ຊາດ​ໃດຫນຶ່ງ

“ຊົນ­ຊາດ​ໃດຫນຶ່ງ” ສະແດງເຖິງກຸ່ມຄົນທີ່ອາໄສຢູ່ໃນການາອານກ່ອນຄົນອິດສະຣາແອນ. (ເບິ່ງ: rc://*/ta/man/translate/figs-metonymy)

ພວກເຂົາ​ຈະ​ຖຶຮັກສາ­ທາງ​ຂອງ​ພຣະຢາເວ ແລະດຳເນີນຕາມນັ້ນ

ວິທີການທີ່ພຣະຢາເວ ຕ້ອງການໃຫ້ປະຊາຊົນດໍາລົງຊີວິດ ຫລືປະພຶດຕົວໄດ້ຖືກກ່າວເຖິງຄືກັບວ່າມັນເປັນທາງ ຫລືຖະຫນົນ. ຄົນທີ່ເຊື່ອຟັງພຣະຢາເວຖືກເວົ້າເຖິງຄືກັບວ່າພວກເຂົາກຳລັງເດີນໄປໃນທາງຂອງພຣະອົງ. (ເບິ່ງ: rc://*/ta/man/translate/figs-metaphor)

ພຣະອົງບໍ່ຍອມໃຫ້ໂຢຊວຍຂັບໄລ່ພວກເຂົາ

"ພຣະອົງບໍ່ໄດ້ປ່ອຍໃຫ້ ໂຢຊວຍເອົາຊະນະພວກເຂົາ"

ບໍ່ຍອມໃຫ້ໂຢຊວຍຂັບໄລ່

"ໂຢຊວຍ" ເປັນຕົວແທນຂອງກອງທັບຂອງພຣະອົງ. ອາດແປໄດ້ອີກວ່າ: "ບໍ່ອະນຸຍາດໃຫ້ໂຢຊວຍ ແລະກອງທັບຂອງພຣະອົງ" (ເບິ່ງ: rc://*/ta/man/translate/figs-synecdoche)