lo_tn/jdg/02/11.md

2.9 KiB

ແມ່ນຫຍັງຄືສິ່ງຊົ່ວຮ້າຍ​ໃນສາຍຕາຂອງພຣະ­ຢາເວ

“ໃນສາຍພຣະເນດຂອງພຣະ­ຢາເວ” ເປັນຕົວແທນໃຫ້ແກ່ສິ່ງທີ່ພຣະ­ຢາເວພິຈາລະນາ ຫລືຄິດກ່ຽວກັບບາງສິ່ງບາງຢ່າງ. ອາດແປໄດ້ອີກວ່າ: "ສິ່ງທີ່ພຣະ­ຢາເວກ່າວວ່າເປັນສິ່ງທີ່ຊົ່ວຮ້າຍທີ່ຈະເຮັດ" (ເບິ່ງ: rc://*/ta/man/translate/figs-metonymy)

ພະບາອານ

ແມ່ນຄຳນາມຂອງບາອານ. ໃນຂະນະທີ່ "ພະບາອານ" ໂດຍທົ່ວໄປແມ່ນຊື່ຂອງພະເຈົ້າປອມຫນຶ່ງ, ຄຳສັບດັ່ງກ່າວຍັງຖືກນຳໃຊ້ສຳລັບພະເຈົ້າອົງອື່ນໆ ທີ່ມັກຈະໄດ້ຮັບການບູຊາຄຽງຄູ່ກັບພະບາອານ. (ເບິ່ງ: rc://*/ta/man/translate/translate-names)

ພວກ­ເຂົາໄດ້ຕັດຂາດຈາກ​ພຣະ­ຢາເວ

ຄົນອິດສະຣາເອນບໍ່ເຊື່ອຟັງພຣະ­ຢາເວຄືກັບວ່າພວກເຂົາແຍກຕົວອອກຈາກພຣະອົງ ແລະປ່ອຍໃຫ້ພຣະອົງໄປ. (ເບິ່ງ: rc://*/ta/man/translate/figs-metaphor)

ປູ່­ຍ່າ­ຕາ­ຍາຍ

"ຕະກູນ" ຫລື "ບັນພະບຸຣຸດ"

ພວກ­ເຂົາ​ພາ­ກັນ​ນະ­ມັດ­ສະ­ການ​ພະເຈົ້າ​ອື່ນ

ຄົນອິດສະຣາເອນບໍ່ເຊື່ອຟັງພຣະ­ຢາເວຄືກັບວ່າ ພວກເຂົາແຍກຕົວອອກຈາກພຣະອົງ ແລະປ່ອຍພຣະອົງໄປ. (ເບິ່ງ: rc://*/ta/man/translate/figs-metaphor)

ຂາບ­ໄຫວ້​ພຣະ​ເຫລົ່າ​ນີ້

ແມ່ນການກະທຳຂອງເຄົາລົບບູຊາ ແລະໃຫ້ກຽດແກ່ບາງຄົນ. (ເບິ່ງ: rc://*/ta/man/translate/translate-symaction)

ພວກເຂົາເຮັດ­ໃຫ້​ພຣະ­­ຢາເວ ຊົງໂກດຮ້າຍ

"ພວກເຂົາໄດ້ເຮັດໃຫ້ພຣະ­­ຢາເວໂກດແຄ້ນ"

​ພະອັດ­ສະຕາກ​.

ແມ່ນຄຳນາມຂອງພະອັດ­ສະຕາກ​, ຜູ້ຊຶ່ງໄດ້ຮັບການໄຫວ້ເປັນເທບທິດາໃນຮູບແບບຕ່າງໆຫລາຍຢ່າງ. (ເບິ່ງ: rc://*/ta/man/translate/translate-names)