lo_tn/jdg/02/01.md

3.5 KiB

ເທວະດາຂອງ​ພຣະ­ຢາເວ

ຄວາມຫມາຍ ທີ່ເປັນໄປໄດ້ 1) "ເທວະດາຜູ້ທີ່ເປັນຕົວແທນຂອງພຣະ­ຢາເວ" ຫລື 2) "ເທວະດາຜູ້ທີ່ຮັບໃຊ້ພຣະ­ຢາເວ" ຫລື 3) ອາດຈະຫມາຍ ເຖິງພຣະ­ຢາເວເອງ, ຜູ້ທີ່ເບິ່ງຄືກັບເທວະດາໃນຂະນະທີ່ພຣະອົງເວົ້າກັບບຸກຄົນ. ຫນຶ່ງໃນຄວາມຫມາຍເຫລົ່ານີ້ຈະອະທິບາຍເຖິງການໃຊ້ເທວະດາຂອງ "ເຮົາ" ຄືກັບວ່າພຣະ­ຢາເວເອງກຳລັງເວົ້າຢູ່.

ໄດ້​ສະ­ເດັດ​ມາ​ຈາກ​ເມືອງ​ກິນ­ການ​ເພື່ອ​ໄປ​ໂບ­ກີມ

"ອອກຈາກກິນ­ການ ແລະໄປທີ່ໂບ­ກີມ"

ໂບ­ກີມ

ແມ່ນສິ່ງທີ່ຊາວອິດສະຣາເອນຕັ້ງຊື່ສະຖານທີ່ນີ້ໃນ 2: 5 ຫລັງຈາກເທວະດາສັ່ງຫ້າມປະຊາຊົນ. "ໂບ­ກີມ" ຫມາຍຄວາມວ່າ "ຮ້ອງໄຫ້." (ເບິ່ງ: rc://*/ta/man/translate/translate-names)

​ເວົ້າ​ວ່າ

ເຂົ້າໃຈວ່າເທວະດາຂອງພຣະຢາເວກຳລັງເວົ້າກັບປະຊາຊົນອິດສະຣາເອນ. ອາດແປໄດ້ອີກວ່າ: "ແລະເວົ້າກັບຄົນອິດສະຣາເອນ" (ເບິ່ງ: rc://*/ta/man/translate/figs-ellipsis)

ອອກ​ມາ​ຈາກ​ປະ­ເທດ​ເອ­ຢິບ

"ນຳພວກເຈົ້າຈາກອີຢິບ"

​ປູ່­ຍ່າ­ຕາ­ຍາຍ​

"ຕະກູນຂອງເຈົ້າ" ຫລື "ບັນພະບຸຣຸດຂອງເຈົ້າ"

​ລຶບ­ລ້າງ​­ສັນ­ຍາ​ທີ່​ມີ​​ກັບ​ພວກ​ເຈົ້າ​

ແມ່ນສຳນວນ. ອາດແປໄດ້ອີກວ່າ: "ບໍ່ສາມາດເຮັດໃນສິ່ງທີ່ຂ້ອຍເວົ້າວ່າຂ້ອຍຈະເຮັດເພື່ອເຈົ້າ" (ເບິ່ງ: rc://*/ta/man/translate/figs-idiom)

ພວກ​ເຈົ້າ​ບໍ່­ໄດ້​ເຮັດ​ຕາມ​ ທີ່​ເຮົາ​ໄດ້​ບອກ​ໄວ້

“ສຽງ” ສະແດງເຖິງສິ່ງທີ່ພຣະຢາເວເວົ້າ. ອາດແປໄດ້ອີກວ່າ: "ເຈົ້າບໍ່ໄດ້ເຊື່ອຟັງຄຳສັ່ງຂອງເຮົາ" (ເບິ່ງ: rc://*/ta/man/translate/figs-metonymy)

ແມ່ນຫຍັງທີ່ພວກ​ເຈົ້າ​ໄດ້ເຮັດແທນ?

ຄຳຖາມນີ້ຖືກເພື່ອເຮັດໃຫ້ປະຊາຊົນອິດສະຣາເອນຮູ້ວ່າ ພວກເຂົາບໍ່ເຊື່ອຟັງພຣະຢາເວ ແລະຈະຕ້ອງທົນທຸກທໍລະມານເພາະສິ່ງນີ້. ອາດແປໄດ້ອີກວ່າ: "ເຈົ້າໄດ້ເຮັດສິ່ງທີ່ບໍ່ດີຫລາຍ." (ເບິ່ງ: rc://*/ta/man/translate/figs-rquestion)