lo_tn/jdg/01/01.md

4.0 KiB

ຂໍ້ມູນເຊື່ອມຕໍ່:

ປຶ້ມບັນທຶກຂອງພວກຜູ້ປົກຄອງສືບຕໍ່ເລົ່າເລື່ອງກ່ຽວກັບໂຢຊວຍ ແລະຍັງເປັນຈຸດເລີ່ມຕົ້ນຂອງພາກໃຫມ່ຂອງເລື່ອງ.

​ພຣະ­ຢາເວ

ເປັນຊື່ຂອງພຣະເຈົ້າທີ່ວ່າພຣະອົງໄດ້ສະແດງພຣະອົງເອງ ຕໍ່ປະຊາຊົນຂອງພຣະອົງໃນສະໄຫມພັນທະສັນຍາເດີມ. ເບິ່ງໃນຫນ້າການແປຄຳສັບ ກ່ຽວກັບພຣະຢາເວອ້າງເຖິງ ວິທີການແປຂອງຄຳສັບນີ້.

ຈະ​ໂຈມຕີກັບຄົນການາອານສຳລັບພວກເຮົາ​

ຄຳວ່າ "ພວກເຮົາ" ຫມາຍເຖິງຊາວອິດສະຣາແອນ. (ເບິ່ງ: rc://*/ta/man/translate/figs-exclusive|Exclusive "We")

ຢູ­ດາຈະ​ໂຈມຕີ

"ຢູດາ" ເປັນຕົວແທນໃຫ້ແກ່ຄົນຂອງຊົນເຜົ່າຢູດາ. ​ພຣະ­ຢາເວກຳລັງສັ່ງໃຫ້ຜູ້ຄົນເຫລົ່ານີ້ໂຈມຕີກ່ອນ. ອາດແປໄດ້ອີກວ່າ: "ຄົນຢູດາຕ້ອງໂຈມຕີກ່ອນ" (ເບິ່ງ: must attack first" (See: rc://*/ta/man/translate/figs-metonymy|Metonymy))

ເບິ່ງ​ແມ

"ເບິ່ງ" ຫລື "ແທ້ຈິງ." ສິ່ງນີ້ເພີ່ມຄວາມສຳຄັນຕໍ່ສິ່ງທີ່ຕິດຕາມມາ.

ແຜ່ນ­ດິນ​ນີ້

ຫມາຍເຖິງແຜ່ນດິນທີ່ຊາວການາອານອາໄສຢູ່. ອາດແປໄດ້ອີກວ່າ: "ແຜ່ນດິນຂອງການາອານ" (ເບິ່ງ: rc://*/ta/man/translate/figs-explicit|Assumed Knowledge and Implicit Information)

ພີ່­ນ້ອງ​ຂອງພວກເຂົາ

"ຫມູ່ເພື່ອນອິດສະຣາເອນຂອງພວກເຂົາ" ຫລື "ຍາດພີ່ນ້ອງຂອງພວກເຂົາ"

​ຈົ່ງ​ຂຶ້ນ​ໄປ​ກັບພວກເຮົາ

ປະຊາຊົນຂອງບັນດາເຜົ່າໃນຢູດາ ແລະ ຊິ­ເມ­ໂອນ ໄດ້ຕັ້ງຄ້າຍກັບຄົນອິດສະຣາເອນທີ່ເຫລືອຢູ່ໃນຮ່ອມພູແມ່ນໍ້າຢໍແດນ. ແຜ່ນດິນທີ່ມອບໃຫ້ຢູດາແມ່ນຢູ່ເທິງເນີນພູເຫນືອຮ່ອມພູ. ບາງພາສາຈະບໍ່ລະບຸວ່າຄົນເຮົາກຳລັງຂຶ້ນໄປ ຫລື ລົງມາ. ອາດແປໄດ້ອີກວ່າ: "ມາກັບພວກເຮົາ" ຫລື "ໄປກັບພວກເຮົາ"

ທີ່ຖືກກຳນົດໃຫ້ພວກເຮົາ ... ທີ່ໄດ້ກຳນົດໃຫ້ເຈົ້າ

ສາມາດຖືກລະບຸໄວ້ໃນຮູບແບບທີ່ໃຊ້ດຳເນີນການຢູ່. ອາດແປໄດ້ອີກວ່າ: "ທີ່ພຣະ­ຢາເວໄດ້ມອບຫມາຍ ໃຫ້ພວກເຮົາ ... ທີ່ ພຣະ­ຢາເວໄດ້ມອບຫມາຍໃຫ້ເຈົ້າ" (ເບິ່ງ: rc://*/ta/man/translate/figs-activepassive| Active ຫລື Passive)

ພວກເຮົາ​ຈະ​ໄປ​ຮ່ວມພວກເຈົ້າ

"ພວກເຮົາກໍຈະໄປກັບເຈົ້າເຊັ່ນດຽວກັນ" ຫລື "ໃນທາງດຽວກັນ, ພວກເຮົາຈະໄປກັບເຈົ້າ"