lo_tn/jas/05/01.md

6.4 KiB

ຂໍ້ມູນເຊື່ອມຕໍ່

ຢາໂກໂບ ເຕືອນຜູ້ທີ່ຮັ່ງມີກ່ຽວກັບການຫາຄວາມສຸກໃສ່ຕົວຂອງພວກເຂົາ ແລະອຸດົມສົມບູນ.

ມາບັດນີ້ຄົນຮັ່ງມີເອີຍ

ຄວາມຫມາຍ ທີ່ເປັນໄປໄດ້ແມ່ນ 1) ຢາໂກໂບ ກຳລັງເຕືອນຕໍ່ຜູ້ທີ່ເຊື່ອທີ່ເຂັ້ມແຂງໃນຄວາມຮັ່ງມີ (UDB) ຫຼື 2) ຢາໂກໂບ ກຳລັງກ່າວເຖິງຜູ້ທີ່ບໍ່ເຊື່ອໃນຄວາມຮັ່ງມີ. ອາດແປໄດ້ອີກວ່າ: "ທ່ານທີ່ຮັ່ງມີ ແລະເວົ້າວ່າທ່ານນັບຖືພະເຈົ້າ" (ເບິ່ງເພິ່ມເຕີມ: rc://*/ta/man/translate/figs-explicit)

ຍ້ອນຄວາມທຸກລຳບາກ ທີ່ຈະມາຖືກພວກເຈົ້າ

ຢາໂກໂບ ກ່າວວ່າຜູ້ຄົນເຫຼົ່ານີ້ຈະໄດ້ຮັບຄວາມທຸກທໍລະມານຢ່າງຮ້າຍແຮງໃນອະນາຄົດແລະຄືກັບຄວາມທຸກທໍລະມານຂອງພວກເຂົາແມ່ນສີ່ງທີ່ ກຳລັງກ້າວສູ່ພວກເຂົາ. ອາດແປໄດ້ອີກວ່າ: "ເພາະວ່າທ່ານຈະປະສົບກັບຄວາມທຸກຍາກໃນອະນາຄົດ" (ເບິ່ງເພິ່ມເຕີມ: rc://*/ta/man/translate/figs-abstractnouns)

ຄວາມຮັ່ງມີຂອງພວກເຈົ້າໄດ້ ເສື່ອມສູນໄປແລ້ວ ແລະ ເສື້ອຜ້າຂອງພວກເຈົ້າ ກໍຖືກມອດກັດກິນເສຍແລ້ວ. ເງິນ ແລະຄຳຂອງພວກເຈົ້າກໍເກີດເປັນຂີ້ຫມ້ຽງ

ກິນແລ້ວ. ຄຳ ແລະເງິນຂອງພວກເຈົ້າໄດ້ເສຍຫາຍໄປ - ຢາໂກໂບ ກ່າວເຖິງເຫດການເຫລົ່ານີ້ຄືກັບວ່າມັນໄດ້ເກີດຂຶ້ນແລ້ວ. ຢາໂກໂບກ່າວວ່າຄວາມຮັ່ງມີຢູ່ໃນໂລກບໍ່ຍືນຍົງແລະບໍ່ມີຄ່າໃນນິລັນດອນ. ອາດແປໄດ້ອີກວ່າ: "ຊັບສົມບັດອັນມີຄ່າຂອງທ່ານເທົ່າກັບການເນົ່າເປື່ອຍ, ເສື້ອຜ້າຂອງພວກເຈົ້າ ກໍຖືກມອດກັດ ກິນເສຍ, ແລະ ເງິນ ແລະ ຄຳຂອງພວກເຈົ້າກໍເກີດເປັນຂີ້ໜຫມ້ຽງ " (ເບິ່ງເພິ່ມເຕີມ: rc://*/ta/man/translate/figs-pastforfuture)

ຄວາມຮັ່ງມີ....... ເສື້ອຜ້າ........ຄຳ

ສິ່ງເຫລົ່ານີ້ໄດ້ຖືກກ່າວເຖິງເປັນຕົວຢ່າງຂອງທຸກຢ່າງທີ່ມີຄ່າ ສຳລັບຄົນຮັ່ງມີ. (ເບິ່ງເພິ່ມເຕີມ: rc://*/ta/man/translate/figs-metonymy)

ຂີ້ຫມ້ຽງນັ້ນຈະເປັນພະຍານຫລັກຖານ ຕໍ່ສູ້ພວກເຈົ້າ

"ຂີ້ຫມ້ຽງ" ແມ່ນ ຄຳສັບທົ່ວໄປທີ່ອະທິບາຍເຖິງການເນົ່າເປື່ອຍ ທຳມະຊາດຂອງໂລຫະ. ຢາໂກໂບ ກຳລັງກ່າວເຖິງການທຳລາຍນີ້ຄືກັບວ່າມັນແມ່ນບຸກຄົນທີ່ຢູ່ໃນຫ້ອງສານທີ່ກ່າວຫາຄົນຊົ່ວຮ້າຍຈາກການກະທຳ ຜິດຂອງພວກເຂົາ. ອາດແປໄດ້ອີກວ່າ: "ແລະເມື່ອພຣະເຈົ້າຕັດສິນທ່ານ, ຊັບສົມບັດທີ່ທັງຫມົດ ຂອງທ່ານຈະເປັນຄືກັບຄົນທີ່ກ່າວຫາທ່ານໃນສານ" (ເບິ່ງເພິ່ມເຕີມ: rc://*/ta/man/translate/figs-personification)

ມັນຈະເຜົາຜານ ເລືອດເນື້ອ......ເຫມືອນໄຟ

ຕໍ່ໄປນີ້ຂີ້ຫມ້ຽງແມ່ນເວົ້າວ່າເຫມືອນໄຟທີ່ຈະ ໄຫມ້ເຈົ້າຂອງພວກມັນ. (ເບິ່ງເພິ່ມເຕີມ: [[rc:///ta/man/translate/figs-simile]] ແລະ [[rc:///ta/man/translate/figs-metaphor]])

ເລືອດເນື້ອ

ຢູ່ນີ້ “ເລືອດເນື້ອ” ຫມາຍ ເຖິງຮ່າງກາຍທາງການຍະພາບ. (ເບິ່ງເພິ່ມເຕີມ: rc://*/ta/man/translate/figs-metonymy)

ໄຟ

ແນວຄວາມຄິດຂອງໄຟຢູ່ທີ່ນີ້ແມ່ນເພື່ອເຮັດໃຫ້ຜູ້ຄົນຈື່ຈຳ ວ່າໄຟມັກຈະຫມາຍ ເຖິງການລົງໂທດຂອງພຣະເຈົ້າທີ່ຈະເກີດຂື້ນກັບຄົນຊົ່ວທັງຫມົດ. (ເບິ່ງເພິ່ມເຕີມ: rc://*/ta/man/translate/figs-metaphor)

ສຳລັບວັນສຸດທ້າຍ

ນີ້ຫມາຍເຖິງເວລາທີ່ຖືກຕ້ອງກ່ອນທີ່ພຣະເຈົ້າຈະຕັດສິນຄົນທັງປວງ. ຄົນຊົ່ວຄິດວ່າພວກເຂົາ ກຳລັງເກັບມ້ຽນຊັບສົມບັດ ສຳລັບອະນາຄົດ, ແຕ່ສິ່ງທີ່ພວກເຂົາ ກຳລັງເຮັດແມ່ນເກັບຮັກສາການພິພາກສາ. ອາດແປໄດ້ອີກວ່າ: "ສຳລັບໃນເວລາທີ່ພຣະເຈົ້າ ກຳລັງຈະຕັດສິນທ່ານ” (UDB) (ເບິ່ງເພິ່ມເຕີມ: rc://*/ta/man/translate/figs-metonymy)