lo_tn/jas/04/04.md

4.0 KiB

ໂອຄົນຫລິ້ນຊູ້ເອີຍ!

ຢາໂກໂບກ່າວເຖິງຜູ້ທີ່ເຊື່ອເຫມືອນກັນກັບເມຍທີ່ລັກນອນຢູ່ກັບຜູ້ຊາຍອື່ນທີ່ ນອກເຫມືອຈາກຜົວຂອງນາງ. ອາດແປໄດ້ອີກວ່າ: "ເຈົ້າບໍ່ຊື່ສັດຕໍ່ພຣະເຈົ້າ!" (ເບິ່ງເພິ່ມເຕີມ: rc://*/ta/man/translate/figs-metaphor)

ພວກເຈົ້າບໍ່ຮູ້ ຫລືວ່າ ........ພຣະເຈົ້າ?

ຢາໂກໂບ ໃຊ້ ຄຳຖາມນີ້ເພື່ອສອນຜູ້ຟັງຂອງລາວ. ນີ້ສາມາດແປເປັນ ຖ້ອຍຄຳ. ອາດແປໄດ້ອີກວ່າ: "ເຈົ້າຮູ້ ... ພຣະເຈົ້າ!" (ເບິ່ງເພິ່ມເຕີມ: rc://*/ta/man/translate/figs-rquestion)

ເປັນມິດ ຕໍ່ໂລກ

ປະໂຫຍກນີ້ ຫມາຍເຖິງການ ກຳນົດດ້ວຍຫລືເຂົ້າຮ່ວມໃນຄຸນສົມບັດທີ່ສຳຄັນ ແລະ ພຶດຕິກຳ ຂອງໂລກ. (ເບິ່ງເພິ່ມເຕີມ: rc://*/ta/man/translate/figs-metonymy).

ເປັນມິດ ຕໍ່ໂລກ

ຄຸນສົມບັດທີ່ສຳຄັນຂອງໂລກຖືກເວົ້າວ່າມັນເປັນຄົນທີ່ຄົນອື່ນສາມາດເປັນເພື່ອນຮ່ວມກັບ. (ເບິ່ງເພິ່ມເຕີມ: rc://*/ta/man/translate/figs-personification ອາດແປໄດ້ອີກວ່າ )

ສະນັ້ນຜູ້ໃດທີ່ຢາກເປັນມິດ ຕໍ່ໂລກກໍ ເປັນສັດຕູຕໍ່ພຣະເຈົ້າ

ການເປັນເພື່ອນກັບໂລກ ຫມາຍຄວາມວ່າຄົນ ຫນຶ່ງແມ່ນສັດຕູຂອງພຣະເຈົ້າ. ນີ້ “ມິດກັບໂລກ” ນີ້ ຫມາຍເຖິງຄົນທີ່ເປັນເພື່ອນກັບໂລກ, ແລະ “ການເປັນສັດຕູກັບພຣະເຈົ້າ” ແມ່ນຫມາຍເຖິງຄົນທີ່ເປັນສັດຕູກັບພຣະເຈົ້າ. ອາດແປໄດ້ອີກວ່າ: "ເພື່ອນຂອງໂລກແມ່ນສັດຕູຂອງພຣະເຈົ້າ" (ເບິ່ງເພິ່ມເຕີມ: rc://*/ta/man/translate/figs-metonymy)

ຫລື ເຈົ້າທັງຫລາຍ ຄິດວ່າພຣະຄຳພີກ່າວວ່າແບບໄຮ້ສາລະ

ນີ້ແມ່ນ ຄຳຖາມ ເພື່ອສັ່ງສອນ ທີ່ຢາໂກໂບໃຊ້ເພື່ອແນະນຳ ຜູ້ຟັງຂອງລາວ. ການເວົ້າແບບບໍ່ມີປະໂຫຍດແມ່ນການເວົ້າທີ່ໄຮ້ປະໂຫຍດ. ອາດແປໄດ້ອີກວ່າ: "ມີເຫດຜົນທີ່ພຣະຄຳພີກ່າວວ່າ"

ວິນຍານທີ່ພຣະອົງໄດ້ຊົງບັນດານໃຫ້ຢູ່ໃນເຮົາ ທັງຫລາຍ

ບາງຮຸ່ນ, ລວມທັງ ULB ແລະ UDB, ເຂົ້າໃຈເລື່ອງນີ້ເປັນການອ້າງອີງເຖິງພຣະວິນຍານບໍລິສຸດ. ສະບັບອື່ນແປພາສານີ້ວ່າ "ວິນຍານ" ແລະ ໝາຍເຖິງຈິດວິນຍານຂອງມະນຸດທີ່ແຕ່ລະຄົນໄດ້ຖືກສ້າງຂື້ນມາໃຫ້ມີ. ພວກເຮົາແນະນຳ ໃຫ້ທ່ານໃຊ້ຄວາມຫມາຍທີ່ນຳສະເໜີ ໃນການແປອື່ນໆທີ່ຜູ້ອ່ານຂອງທ່ານໃຊ້.