lo_tn/jas/03/13.md

3.4 KiB

ຜູ້ໃດທີ່ມີສະຕິປັນຍາ ແລະ ມີຄວາມເຂົ້າໃຈໃນທ່າມກາງພວກເຈົ້າ?

ຢາໂກໂບ ໃຊ້ຄຳຖາມນີ້ເພື່ອສອນຜູ້ຟັງຂອງລາວກ່ຽວກັບພຶດຕິກຳ ທີ່ເຫມາະສົມ. ຄຳວ່າ "ສະຫລາດ" ແລະ "ຄວາມເຂົ້າໃຈ" ແມ່ນຄ້າຍຄືກັນ. ອາດແປໄດ້ອີກວ່າ: "ຂ້ອຍຈະບອກເຈົ້າວ່າຄົນທີ່ມີສະຕິປັນຍາແລະ ຄວາມເຂົ້າໃຈຄວນການປະຕິບັດແນວໃດ." (ເບິ່ງເພິ່ມເຕີມ: [[rc:///ta/man/translate/figs-rquestion]] ແລະ [[rc:///ta/man/translate/figs-doublet]])

ພິສູດໃຫ້ເຫັນໂດຍ ຊີວິດອັນດີງາມ

ແນວທາງການປະຕິບັດໄດໜຶ່ງ ແມ່ນເວົ້າເຖິງ ວັດຖຸທີ່ຜູ້ໃດຜູ້ ຫນຶ່ງສາມາດສະແດງຕໍ່ຄົນອື່ນ. ອາດແປໄດ້ອີກວ່າ: "ສະແດງຊີວິດທີ່ດີ" (ເບິ່ງເພິ່ມເຕີມ: rc://*/ta/man/translate/figs-abstractnouns)

ໂດຍການປະຕິບັດອັນດີ ຊຶ່ງປະກອບດ້ວຍການຖ່ອມຕົວແລະ ສະຕິປັນຍາ.

“ດ້ວຍການກະທຳທີ່ດີແລະຄວາມຖ່ອມຕົວຂອງລາວທີ່ມາຈາກສະຕິປັນຍາທີ່ແທ້ຈິງ”

ພວກເຈົ້າມີໃຈອິດສາອັນຂົມຂື່ນ ແລະ ມີໃຈມັກໃຫຍ່ໄຝ່ສູງ

ຄຳວ່າ "ມີໃຈ" ໝາຍເຖິງອາລົມຫລືຄວາມຄິດ. ອາດແປໄດ້ອີກວ່າ: "ຄວາມປາດຖະຫນາ ສິ່ງທີ່ຜູ້ນັ້ນໄດ້ເປັນເຈົ້າຂອງ ແລະມີປະສົບການສູງ, ແລະທ່ານສະແຫວງຫາຜົນປະໂຫຍດຂອງທ່ານໂດຍບໍ່ສົນໃຈຜົນປະໂຫຍດຂອງຄົນອື່ນ" (ເບິ່ງເພິ່ມເຕີມ: [[rc:///ta/man/translate/figs-metonymy]] ແລະ [[rc:///ta/man/translate/figs-abstractnouns]])

ອິດສາອັນຂົມຂື່ນ ແລະມັກໃຫຍ່ໄຝ່ສູງ

ອາລົມເຫລົ່ານີ້ຖືກເວົ້າເຖິງເຫມືອນກັບວ່າເປັນວັດຖຸທີ່ສາມາດມີຢູ່ໃນຕົວເອງພາຍໃນຂອງຜູ້ໃດຜູ້ໜຶ່ງ. ຄວາມທະເຍີທະຍານໃນສະພາບການນີ້ແມ່ນຄວາມປາດຖະຫນາທີ່ຈະປະສົບຜົນສຳເລັດດີກ່ວາຄົນອື່ນ. (ເບິ່ງເພິ່ມເຕີມ: rc://*/ta/man/translate/figs-abstractnouns)

ກໍຢ່າໂອ້ອວດ ແລະ ຢ່າຕົວະຕໍ່ຕ້ານກັບຄວາມຈິງ.

"ຢ່າລະເມີດຄວາມຈິງໂດຍການເວົ້າຕົວະແລະ ເວົ້າອວດອ້າງ"