lo_tn/jas/03/01.md

3.4 KiB

ບໍ່ແມ່ນຫລາຍຄົນ

"ບໍ່ແມ່ນພວກທ່ານທັງຫລາຍ" ຢາໂກໂບກຳລັງກ່າວເປັນຖ້ອຍຄຳທຳມະດາ (ເບິ່ງເພິ່ມເຕີມ: rc://*/ta/man/translate/figs-genericnoun)

ພີ່ນ້ອງຂອງເຮົາເອີຍ

"ຜູ້ຮ່ວມຄວາມເຊື່ອດຽວກັບຂ້າພະເຈົ້າ"

ຢາໂກໂບ ກຳລັງລວມກຸ່ມບັນດາຜູ້ທີ່ສອນພຣະຄຳພີ

ຢາໂກໂບກຳລັງລວມກຸ່ມບັນດາຜູ້ທີ່ສັ່ງສອນພຣະທຳລວມທັງລາວເອງ ເຖິງວ່າຜູ້ເຊື່ອຫລາຍຄົນທີ່ໄດ້ຮັບຈົດຫມາຍສະບັບນີ້ອາດເປັນອາຈານສອນພຣະຄຳພີ, ແຕ່ສ່ວນຫລາຍແລ້ວບໍ່ແມ່ນທຸກຄົນ. (ເບີ່ງເພິ່ມເຕີມ: rc://*/ta/man/translate/figs-exclusive)

ພວກເຮົາຈະໄດ້ຮັບການ ຊົງພິພາກສາຫນັກຫນ່ວງກວ່າຜູ້ອື່ນ

ຂໍ້ຄວາມນີ້ຫມາຍເຖິງການພິພາກສາທີ່ເຂັ້ມງວດຂອງພຣະເຈົ້າສຳລັບບັນດາຜູ້ທີ່ສັ່ງສອນເລື່ອງຂອງພຣະອົງໃຫ້ກັບຜູ້ອື່ນໆ.ອາດແປໄດ້ອີກວ່າ: ພຣະເຈົ້າຈະພິພາກສາພວກເຮົາຢ່າງເຂັ້ມງວດຫລາຍກ່ວາ ເພາະວ່າພວກເຮົາຮູ້ພຣະຄຳຂອງພຣະອົງຫລາຍກ່ວາຄົນອື່ນ.(ເບີ່ງເພິ່ມເຕີມ: rc://*/ta/man/translate/figs-explicit)

ສຳລັບພວກເຮົາທຸກຄົນເຮັດຜິດພາດ

ຄຳວ່າ: "ພວກເຮົາ" ຢາໂກໂບລວມທັງຜູ້ຟັງຂອງທ່ານດ້ວຍ (ເບີ່ງເພິ່ມເຕີມ: rc://*/ta/man/translate/figs-inclusive)

ເຮັດຜິດພາດ

ບາບແມ່ນເວົ້າເຖິງການດຳເນີນຢູ່ໃນຄວາມຜິດ. ອາດແປໄດ້ວ່າ: "ລົ້ມເຫລວ" ຫລື "ບາບ" (ເບິ່ງເພິ່ມເຕີມ: rc://*/ta/man/translate/figs-metaphor)

ຖ້າຜູ້ໃດບໍ່ໄດ້ເຮັດຜິດທາງວາຈາ

"ບໍ່ໄດ້ເຮັດບາບໂດຍການເວົ້າສິ່ງທີ່ບໍ່ຖືກຕ້ອງ"

ຜູ້ນັ້ນກໍເປັນຄົນດີຄົບຖ້ວນ

"ລາວເຕີບໂຕທາງຝ່າຍວິນຍານ"

ສາມາດບັງຄັບທັງຕົວໄວ້ໄດ້ເຫມືອນກັນ

ຢາໂກໂບ ແມ່ນກ່າວເຖິງດ້ານຈິດໃຈ, ອາລົມ ແລະການກະທຳ ຂອງຄົນເຮົາ.ອາດແປໄດ້ອີກວ່າ:: "ຄວບຄຸມພຶດຕິກຳຂອງລາວ" ຫລື "ຄວບຄຸມການກະທຳຂອງລາວ" (ເບິ່ງເພິ່ມເຕີມ: rc://*/ta/man/translate/figs-synecdoche)