lo_tn/jas/02/01.md

3.7 KiB

ຂໍ້ມູນເຊື່ອມຕໍ່

ຢາໂກໂບ ສືບຕໍ່ບອກຜູ້ທີ່ເຊື່ອຊາວຢິວທີ່ກະຈັດກະຈາຍໄປກ່ຽວກັບວິທີການ ດຳລົງຊີວິດໂດຍການຮັກຊຶ່ງກັນ ແລະ ກັນ ແລະໄດ້ຕັກເຕືອນພວກເຂົາວ່າຢ່າໃຫ້ຄົນຮັ່ງມີ ຂົ່່ມເຫັງ ພີ່ນ້ອງທີ່ຍາກຈົນ.

ອ້າຍນ້ອງຂອງເຮົາເອີຍ

ຢາໂກໂບ ໄດ້ກ່າວຕໍ່ຜູ້ເຊື່ອຊາວຢິວ. ອາດແປໄດ້ອີກວ່າ: "ເພື່ອນຮ່ວມຄວາມເຊື່ອຂອງຂ້າພະເຈົ້າ" ຫລື "ອ້າຍເອື້ອຍນ້ອງຂອງຂ້າໃນພຣະຄຣິດ"

ຍຶດຖືຄວາມເຊື່ອໃນອົງພຣະເຢຊູຄຣິດເຈົ້າ

ການເຊື່ອໃນພຣະເຢຊູຄຣິດໄດ້ຖືກກ່າວຄ້າຍຄືກັບວ່າເປັນສິ່ງໃດສິ່ງໜຶ່ງທີ່ ສາມາດຫລັກໝັ້ນ ໄດ້. (ເບີ່ງເພິ່ມເຕີມ: rc://*/ta/man/translate/figs-metaphor)

ພຣະເຢຊູຄຣິດເຈົ້າຂອງພວກເຮົາ

ຄຳວ່າ "ຂອງພວກເຮົາ" ລວມທັງຢາໂກໂບ ແລະເພື່ອນຮ່ວມຄວາມເຊື່ອ. (ເບີ່ງເພິ່ມເຕີມ: rc://*/ta/man/translate/figs-inclusive)

ດ້ວຍຄວາມລຳອຽງເລືອກໜ້າຄົນ

ຄວາມປາດຖະຫນາທີ່ຈະຊ່ວຍເຫຼືອບາງຄົນຫລາຍກ່ວາຄົນອື່ນໆ. (ເບີ່ງເພິ່ມເຕີມ: rc://*/ta/man/translate/figs-hypo)

ຄວາມສົນໃຈນຳຄົນນັ້ນ

ຢາໂກໂບ ເລີ່ມຕົ້ນອະທິບາຍໃນເຫດການຜູ້ທີ່ເຊື່ອອາດຈະໃຫ້ກຽດແກ່ຄົນຮັ່ງມີຫລາຍກ່ວາຄົນທີ່ຍາກຈົນ. (ເບີ່ງເພິ່ມເຕີມ: rc://*/ta/man/translate/figs-hypo)

ຖືແຫວນຄຳ ແລະ ແຕ່ງຕົວງົດງາມ

“ ການແຕ່ງຕົວເຫມືອນຄົນຮັ່ງມີ”

ນັ່ງບ່ອນ ເຫມາະສົມນີ້

ນັ່ງຢູ່ໃນສະຖານທີ່ໄດ້ຮັບກຽດ

ໃຫ້ເຈົ້າຢືນຢູ່ຫັ້ນ

ຍ້າຍໄປຢູ່ບ່ອນທີ່ຕໍ່າຕ້ອຍ

ນັ່ງທີ່ຟື້ນຮອງຕີນເຮົາ

ຍ້າຍໄປຢູ່ບ່ອນທີ່ຖ່ອມຕົວ

ຖ້າເຮັດດັ່ງນັ້ນພວກເຈົ້າເປັນຜູ້ແບ່ງຊັ້ນວັນນະ ແລະ ກາຍເປັນຜູ້ຕັດສິນຄົນດ້ວຍຄວາມຄິດອັນຊົ່ວບໍ່ແມ່ນບໍ?

ຢາໂກໂບ ກຳລັງໃຊ້ ຄຳຖາມເພື່ອສັ່ງສອນ ແລະ ອາດເຮັດໃຫ້ຜູ້ອ່ານສະດຸດໃຈ. ອາດແປໄດ້ອີກວ່າວ: "ພວກທ່ານ ກຳລັງຕັດສິນຕົວພວກທ່ານເອງ ແລະກາຍເປັນຜູ້ຕັດສິນດ້ວຍຄວາມຄິດຊົ່ວ" (ເບິ່ງເພິ່ມເຕີມ: rc://*/ta/man/translate/figs-rquestion)