lo_tn/jas/01/22.md

2.7 KiB

ເປັນຜູ້ປະຕິບັດຕາມພຣະຄຳ, ຢ່າຫລອກລວງຕົວເອງ, ຜູ້ໃດ ທີ່ເປັນຜູ້ຟັງພຣະຄຳແລ້ວ ແຕ່ບໍ່ເປັນຜູ້ເຮັດຕາມ, ລາວກໍເປັນດັ່ງຄົນທີ່ແຍງແວ່ນ ເບິ່ງເຫັນຫນ້າຂອງຕົນເອງຕາມທຳມະຊາດ, ເຂົາແຍງເບິ່ງຕົນເອງ ແລ້ວກໍອອກໄປແລ້ວ ແລະ ກໍລືມໃນທັນທີນັ້ນ ໂລດວ່າຕົນເອງໄດ້ເປັນຄືຢ່າງໃດ, ຜູ້ໃດທີ່ພິຈາລະນາເບິ່ງຢ່າງລະມັດລະວັງໃນກົດບັນຍັດ ອັນຄົບຖ້ວນ, ກົດບັນຍັດອັນຄົບຖ້ວນແຫ່ງອິດສະລະພາບ, ຊາຍຄົນນີ້ຈະໄດ້ຮັບພຣະພອນໃນການກະທຳຂອງພວກເຂົາ.

ຜູ້ທີ່ປະຕິບັດຕາມພຣະຄຳ. ຫມາຍວ່າເຂົາເປັນຜູ້ທີ່ເຊື່ອຟັງຄວາມພຣະຄຳສັ່ງທັງຫມົດດຂອງພຣະເຈົ້າ. (See: [[rc:///ta/man/translate/figs-metonymy]]) ຄຳວ່າ, ການຫລອກລວງຕົວເອງ. ຫມາຍເຖີງ, "ການຂີ້ຕົວະຕົວເອງຫລືເຮັດໃຫ້ຕົວເອງໂງ່." ຜູ້ໃດທີ່ເປັນຜູ້ຟັງພຣະຄຳແລ້ວ ແຕ່ບໍ່ເຮັດຕາມ, ລາວກໍເປັນດັ່ງຄົນທີ່ແຍງແວ່ນ ແລະກໍລືມວ່າຕົນເອງເປັນຈັ່ງໃດ. (See: [[rc:///ta/man/translate/figs-simile]]) ທຳມະຊາດໃບໜ້າຂອງລາວ, ຫນ້າຕາທີ່ເປັນຂອງລາວເອງ. ລາວເບີ່ງຫນ້າຂອງຕົນເອງໃນແວ່ນແລະກໍຫລົງລືມໄປ. ປຽບເຫມືອນກັບຄົນທີ່ໄດ້ຍິນໄດ້ຟັງພຣະຄຳພຣະເຈົ້າແລະລືມໄປເສຍວ່າຕົນເອງໄດ້ຍິນອິຫຍັງ. ຊາຍຄົນນີ້ຈະໄດ້ຮັບພອນໃນທຸກການກະທຳຂອງລາວ. ອາດຈະແປໄດ້ອີກວ່າ: "ພຣະເຈົ້າຈະອວຍພອນຄົນທີ່ເຊື່ອແລະຟັງພຣະບັນຍັດຂອງພຣະອົງ" (See: rc://*/ta/man/translate/figs-activepassive)