lo_tn/jas/01/17.md

4.6 KiB

ຂອງປະທານອັນດີທຸກຢ່າງ ແລະ ຂອງຂວັນອັນປະເສີດທຸກປະການ, ພຣະບິດາເຈົ້າແຫ່ງ ຄວາມສະຫວ່າງ, ໃນພຣະບິດາເຈົ້ານັ້ນບໍ່ມີການ ປ່ຽນແປງ ແລະ ບໍ່ມີເງົາເນື່ອງຈາກການ ຫມູນວຽນ, ການທີ່ພຣະເຈົ້າປະທານໃຫ້ພວກເຮົາ, ໃຫ້ພວກເຮົາບັງເກີດໃຫມ່, ພຣະທຳແຫ່ງຄວາມຈິງ, ຜົນແຮກຂອງສີ່ງທັງປວງ.

ຂອງປະທານອັນດີທຸກຢ່າງ ແລະ ຂອງຂວັນອັນປະເສີດທຸກປະການ. ໃນສອງປະໂຫຍກນີ້ມີຄວາມຫມາຍພື້ນຖານດຽວກັນ. ຢາໂກໂບໃຊ້ຄຳນີ້ເພື່ອຢ້ຳໃຫ້ຮູ້ວ່າທຸກສີ່ງທີ່ດີສຳລັບຄົນເຮົາແມ່ນມາຈາກພຣະເຈົ້າ. (See: [[rc:///ta/man/translate/figs-doublet]]) ພຣະບິດາເຈົ້າແຫ່ງ ຄວາມສະຫວ່າງ, ພຣະເຈົ້າຊົງເປັນຜູ້ຊົງສ້າງແສງສະຫວ່າງທັງປວງເທີງທ້ອງຟ້າ (ດວງຕາເວັນ, ດວງຈັນ, ແລະດວງດາວຕ່າງໆ), ແມ່ນກ່າວວ່າພຣະເຈົ້າຊົງເປັນພຣະບິດາຂອງທຸກສີ່ງ. (See: [[rc:///ta/man/translate/figs-metaphor]]) ໃນພຣະບິດາເຈົ້ານັ້ນບໍ່ມີການ ປ່ຽນແປງ ແລະ ບໍ່ມີເງົາເນື່ອງຈາກການ ຫມູນວຽນ, ໃນສີ່ງນີ້ເປັນພາບພົດທີ່ສະແດງໃຫ້ພວກເຮົາຮູ້ວ່າພຣະເຈົ້າບໍ່ຊົງໃຫ້ແສງສະຫວ່າງມີການປ່ຽນແປງ, ໃນຄວາມປຽບທຽບແສງສະຫວ່າງຂອງດວງຕາເວັນ, ດວງເດືອນ, ແລະບັນດາດວງດາວຕ່າງໆໃນຈັກະວານທີ່ປາກົດການຢູ່ໄປໃນທ້ອງຟ້າແມ່ນມີການປ່ຽນແປງການສ່ອງສະຫວ່າງຂອງເຂົາສະເຫມີ. ອາດຈະແປໄດ້ອີກວ່າ: "ພຣະເຈົ້າບໍ່ເຄີຍປ່ຽນແປງດວງຕາເວັນ, ດວງເດືອນ, ແລະດວງດາວຕ່າງໆທີ່ປາກົດຢູ່ແລ້ວໃຫ້ເສື່ອມສູນໄປ."(See: [[rc:///ta/man/translate/figs-simile]]) ການໃຫ້ແກ່ພວກເຮົາ. ຄຳວ່າ "ພວກເຮົາ" ທີ່ຢາໂກໂບໃຊ້ແມ່ນຊີ້ໃຫ້ເຫັນເຖີງຕົວລາວເອງແລະບັນດາຜູ້ຟັງດ້ວຍ. (See: [[rc:///ta/man/translate/figs-inclusive]]) ປະທານໃຫ້ພວກເຮົາບັງເກີດໃຫມ່. ພຣະເຈົ້າຜູ້ຊົງນຳເອົາຊີວິດຕະຫລອດໄປເປັນນິດມາໃຫ້ແກ່ພວກເຮົາ ດັ່ງທີ່ຄຳເວົ້າວ່າພຣະເຈົ້າຊົງປະທານໃຫ້ພວກເຮົາເກີດໃຫມ່.(See: [[rc:///ta/man/translate/figs-metaphor]]) ພຣະຄຳແຫ່ງຄວາມຈິງ. ຂ່າວສານແຫ່ງຄວາມຈິງຂອງພຣະເຈົ້າ. ຄຳເວົ້ານີ້ແມ່ນມີຄວາມໝາຍວ່າ "ພຣະເຈົ້າຊົງປະທານການເກີດແກ່ພວກເຮົາ." (See: [[rc:///ta/man/translate/figs-metaphor]]) ຫມາກຜົນທຳອິດ. ຢາໂກໂບໃຊ້ແນວຄວາມຄິດຂອງຊາວເຮັບເຣີກ່ຽວກັບຫມາກຜົນທຳອິດທີ່ອະທິບາຍເຖິງຄຸນຄ່າຂອງຄຣິດສະຕຽນທີ່ເປັນຜູ້ເຊື່ອໃນພຣະເຈົ້າ. ລາວປຽບເປີຍໃຫ້ຮູ້ວ່າໃນອານາຄົດກໍຈະມີຜູ້ທີ່ເຊື່ອຫລາຍຂຶ້ນ. (See: rc://*/ta/man/translate/figs-simile)