lo_tn/jas/01/14.md

2.2 KiB

ທຸກຄົນທີ່ຖືກທົດລອງໃຫ້ຫລົງ ກໍຍ້ອນຄວາມປາດຖະຫນາຂອງເຂົາເອງ

ຄວາມປາດຖະຫນາຂອງຄົນທີ່ເວົ້າໃນທີ່ນີ້ແມ່ນບາງຄົນຜູ້ທີ່ຖືກທົດລອງໃຈໃຫ້ເຮັດບາບ.(See: [[rc:///ta/man/translate/figs-personification]]) ເຂົາຖືກຊັກຈ່ອງໃຫ້ເຮັດຄວາມບາບ. ຄວາມປາດຖະຫນາຊົ່ວມັນຈ່ອງດຶງບາງຄົນໃຫ້ເຮັດຊົ່ວ. (See: [[rc:///ta/man/translate/figs-personification]]) ເມື່ອຄວາມປາດຖະຫນາຊົ່ວຕັ້ງຮາກແລ້ວ, ກໍ່ໃຫ້ ເກີດມີຄວາມຜິດບາບ, ແລະ ເມື່ອຄວາມຜິດບາບໃຫຍ່ຂຶ້ນເຕັມທີ່ແລ້ວ, ກໍ່ໃຫ້ເກີດມີຄວາມຕາຍ. ຄວາມປາດຖະຫນາສືບຕໍ່ປຽບທຽບເໝືອນຜູ້ຍິງທີ່ຖືພາຄົບກຳນົດໃນການເກີດລູກ. ລູກນ້ອຍນັ້ນເຫມືອນກັບຄວາມບາບ. ຄວາມບາບທີ່ມັນເຕີບໃຫ່ຍຂື້ນຈົນເຖີງເຕັມຂະນາດແລ້ວກໍເກີດລູກແຫ່ງຄວາມຕາຍອອກມາ. ຄຳອຸປະມາທີ່ກ່ຽວຂ້ອງພົວພັນເປັນພາບພົດຂອງບາງຄົນທີ່ສີ້ນສຸດທັງເນື້ອຫນັງແລະຈິດວິນຍານເພາະເນື່ອງດ້ວຍຄວາມປາດຖະ ຫນາຊົ່ວແລະຄວາມບາບຂອງລາວ.(See: [[rc:///ta/man/translate/figs-personification]] and [[rc:///ta/man/translate/figs-metaphor]]) ຢ່າໄດ້ຫລົງຜິດໄປເລີຍ. "ຄຳນີ້ອາດຈະໃຊ້ຄຳວ່າ, ຢຸດເຊົາເຂົ້າໃຈຜິດຫລືຫລົງຕົວເອງ".