lo_tn/jas/01/12.md

4.1 KiB

ຂໍ້ມູນເຊື່ອມຕໍ່: ພຣະພອນ,ພຽນອົດທົນຕໍ່ ການທົດລອງ, ຜ່ານການທົດລອງໄດ້, ໄດ້ຮັບມົງກຸດແຫ່ງຊີວິດ, ຄຳສັນຍາຂອງພຣະເຈົ້າຕໍ່ຄົນທັງຫລາຍຜູ້ທີ່ຮັກພຣະອົງ, ເມື່ອຜູ້ໃດຖືກລໍ້ລວງ, ຂ້າພະເຈົ້າຖືກພຣະເຈົ້າທົດລອງ, ພຣະເຈົ້າບໍ່ເຄີຍລໍ້ລວງດ້ວຍຄວາມຊົ່ວ, ຫລືພຣະອົງກໍບໍ່ເຄີຍລໍ້ລວງຜູ້ໃດຈັກເທື່ອ.

ຢາໂກໂບເຕືອນຄວາມຈຳບັນດາຜູ້ເຊື່ອທັງຫລາຍທີ່ຫນີຈາກພຣະເຈົ້າວ່າບໍ່ແມ່ນສາຍເຫດທີ່ມາຈາກການທົດລອງ, ແຕ່ລາວບອກພວກເຂົາໃຫ້ຫລີກໜຫນີຈາກການທົດລອງ. ພຣະພອນ ເປັນຄວາມສຳເລັດຜົນຂອງຊີວິດ. ມີຄວາມອົດທົນຕໍ່ການທົດລອງ ຫມາຍເຖີງການມີຄວາມໝັ້ນຄົງໃນຄວາມສັດຊື່ຕໍ່ພຣະເຈົ້າໃນລະຫວ່າງທີ່ມີຄວາມລຳບາກທັງປວງ. ການເປັນຜູ້ທີ່ຜ່ານການທົດລອງຄືຜູ້ທີ່ພຣະເຈົ້າຊົງໄດ້ຊົງຖືກຮັບຮອງແລ້ວ. ຜູ້ທີ່ໄດ້ຮັບມົງກຸດແຫ່ງຊີວິດ. ມົງກຸດຊີວິດອັນຕລອດໄປເປັນນິດ ໃນຄຳເວົ້ານີ້ແມ່ນເຫມືອນກັບມົງກຸດທີ່ເຮັດຂື້ນຈາກໃບໄມ້ທີ່ຖັກເປັນໂຄ້ງສຸບຫົວໃຫ້ກັບນັກກິລາທີ່ໄດ້ໄຊຊະນະຈາກການແຂ່ງຂັນ. ຫລືອາດແປໄດ້ອີກວ່າ: "ການຮັບເອົາຊີວິດອັນຕລອດໄປເປັນນິດເພຶ່ອບຳເໜັດຂອງລາວ" (See: [[rc:///ta/man/translate/figs-metaphor]]) ພຣະເຈົ້າໄດ້ຊົງ ສັນຍາໄວ້ແກ່ຄົນທັງຫລາຍທີ່ຮັກພຣະອົງ. ໃນຄຳນີ້ເປັນການແປໄດ້ໃນແບບຫນຶ່ງອີກ: "ພຣະເຈົ້າຊົງສັນຍາວ່າຈະໃຫ້ມົງກຸດແຫ່ງຊີວິດແຕ່ຄົນທັງຫລາຍທີ່ຮັກພຣະອົງ"(See: [[rc:///ta/man/translate/figs-activepassive]]) ເມື່ອລາວຖືກທົດລອງ ແມ່ນ "ເມື່ອຄວາມປາຖະໜາຂອງລາວເອງໃຫ້ເຮັດບາງສີ່ງບາງຢ່າງທີ່ຊົ່ວ". ຄຳວ່າ, ຂ້າພະເຈົ້າຖືກທົດລອງຈາກພຣະເຈົ້າ. ໃນຄຳນີ້ອາດຈະແປໄດ້ອີກວ່າ: "ພຣະເຈົ້າຊົງພະຍາຍາມເຮັດໃຫ້ຂ້າພະເຈົ້າເຮັດບາງສີ່ງບາງຢ່າງບໍ່ດີຫລືຊົ່ວ."(See: [[rc:///ta/man/translate/figs-activepassive]]) ພຣະເຈົ້າບໍ່ຊົງທົດລອງດ້ວຍຄວາມຊົ່ວ. ໃນທີ່ນີ້ອາດແປໄດ້ອີກໃນທາງຫນື່ງວ່າ, "ພຣະເຈົ້າບໍ່ຊົງປາດຖະຫນາທີ່ຈະເຮັດສີ່ງຊົ່ວຮ້າຍເລີຍ." (See: [[rc:///ta/man/translate/figs-activepassive]]) ພຣະເຈົ້າບໍ່ຊົງທົດລອງຜູ້ໃດ. "ແລະພຣະອົງເອງກໍບໍ່ຊົງເຮັດໃຫ້ຜູ້ໃດເຮັດຊົ່ວ".