lo_tn/isa/66/12.md

2.6 KiB
Raw Permalink Blame History

ຂໍ້ມູນທົ່ວໄປ:

ພຣະຢາເວຍັງສືບຕໍ່ເວົ້າກ່ຽວກັບເຢຣູຊາເລັມຕໍ່ໄປຄືກັບວ່າເປັນແມ່. (ເບິ່ງເພີ້ມເຕີມ: 66:7)

ຄືກັບແມ່ນ້ຳ ... ຄືກັບກະແສນ້ຳໄຫລ

ນີ້ຫມາຍຄວາມວ່າພຣະເຈົ້າຈະເຮັດໃຫ້ປະຊາຊົນບັນດາປະຊາຊາດຕ່າງໆນຳເອົາຊັບສົມບັດເປັນຈຳນວນຫລວງຫລາຍ, ເຊິ່ງມັນຈະຖາວອນເປັນເຫມືອນດັ່ງແມ່ນໍ້າແລະມີຄວາມອຸດົມສົມບູນ. (ເບິ່ງເພີ້ມເຕີມ: rc://*/ta/man/translate/figs-simile)

ພວກເຈົ້າຈະໄດ້ຮັບການລ້ຽງດູຢູ່ຂ້າງນາງ ແລະຖືກອູ້ມໄວ້ໃນອ້ອມແຂນຂອງນາງ ແລະຢຽບຢູ່ເທິງຫົວເຂົ່າຂອງນາງ

ນີ້ຫມາຍຄວາມວ່າເຢຣູຊາເລັມຈະເປັນສະຖານທີ່ແຫ່ງຄວາມປອດໄພແລະສະດວກສະບາຍສຳລັບປະຊາຊົນຂອງພຣະເຈົ້າ. (ເບິ່ງເພີ້ມເຕີມ: rc://*/ta/man/translate/figs-metaphor)

ຖືກອູ້ມໄວ້ໃນອ້ອມແຂນຂອງນາງ ແລະຢຽບຢູ່ເທິງຫົວເຂົ່າຂອງນາງ

ນີ້ສາມາດເວົ້າໃນຮູບແບບການກະທຳໄດ້. ອາດແປໄດ້ອີກວ່າ: "ນາງຈະອູ້ມເຈົ້າໄວ້ໃນອ້ອມແຂນຂອງນາງ ແລະ ໂຍກເຈົ້າທີ່ເຂົ່າດ້ວຍຄວາມຍິນດີ" (ເບິ່ງເພີ້ມເຕີມ: rc://*/ta/man/translate/figs-activepassive)

ເຮົາກໍ່ປອບໂຍນພວກເຈົ້າ, ພວກເຈົ້າຈະໄດ້ຮັບການປອບໂຍນໃນກຸງເຢລູຊາເຣັມ

ນີ້ສາມາດເວົ້າໃນຮູບແບບການກະທຳໄດ້. ອາດແປໄດ້ອີກວ່າ: "ດັ່ງນັ້ນເຮົາຈະປອບໂຍນເຈົ້າຢູ່ໃນນະຄອນເຢຣູຊາເລັມ" (ເບິ່ງເພີ້ມເຕີມ: rc://*/ta/man/translate/figs-activepassive)